ສະພາແຫ່ງຊາດເກຼັກຮັບຮອງເອົາແຜນປະຕິຮູບແລກເອົາການກູ້ຊ່ວຍ

ສະພາແຫ່ງຊາດເກຼັກຮັບຮອງເອົາແຜນປະຕິຮູບແລກເອົາການກູ້ຊ່ວຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/7, ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 251 ບັດ, ບັດຄ້ານ 32 ບັດ, ສະພາ​ແຫ່ງ​ຊາດ​ເກຼັກ​ໄດ້ຮັບຮອງ​ເອົາ​ແຜນການ​ປະຕິ​ຮູບ​​ໂດຍ​ລັດຖະບານ​ວາງ​ອອກ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ບັນດາເຈົ້າ​ໜີ້​ສາກົນ ​ເພື່ອແລກ​ເອົາ​ການ​ກູ້​ຊ່ວຍ​ໃຫ້​ແກ່​ປະ​ເທດ. ອົງການ​ນິຕິບັນ​ຍັ​ດເກຼັກ ກໍ່​ອະນຸຍາດ​ໃຫ້​ລັດຖະບານ, ບົນ​ພື້ນຖານ​ການ​ປະຕິ​ຮູບ​ນີ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວກັບ​ໂຄງການ​ກູ້​ຊ່ວຍ​ເສດຖະກິດ​ທີ​ສາມ​ໃນ​ຮອບ​ເວລາ 3 ປີ. ຄາດ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ຮີບ​ດ່ວນ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ຂອງ​ເກຼັກ​ໃນ​ວັນ​ທີ 12/7 ຈະ​ມີ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ກູ້​ຊ່ວຍ​ໃຫ້​ເກຼັກ, ​ແຕ່​ຕ້ອງ​ລໍຖ້າ​ສະພາ​ແຫ່ງ​ຊາດ​ຂອງ​ຢ່າງ​ໜ້ອຍ​ສຸດ​ແມ່ນ 8 ປະ​ເທດ​ໃນ Eurozone ຮັບຮອງ​ເອົາ​ຈິ່ງ​ມີ​ຜົນ​ສັກສິດ.

ຂ່າວ/ບົດ​ອື່ນ