ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິສະບັບທຳອິດໂດຍຫວຽດນາມສະເໜີ

(VOVWORLD) -ນີ້ແມ່ນມະຕິສະບັບທຳອິດຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນຂົງເຂດນີ້ ແລະ ກໍ່ແມ່ນມະຕິສະບັບທຳອິດໂດຍຫວຽດນາມ ຮັບຜິດຊອບນຳສະເໜີ

ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິສະບັບທຳອິດໂດຍຫວຽດນາມສະເໜີ - ảnh 1 ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິສະບັບທຳອິດໂດຍຫວຽດນາມສະເໜີ

(ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສປຊ)

ວັນທີ 07 ທັນວາ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິວ່າດ້ວຍການກຳນົດວັນສາກົນກຽມພ້ອມຕ້ານໂລກລະບາດໃນວັນທີ 27 ທັນວາ ໃນແຕ່ລະປີ. ນີ້ແມ່ນມະຕິສະບັບທຳອິດຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນຂົງເຂດນີ້ ແລະ ກໍ່ແມ່ນມະຕິສະບັບທຳອິດໂດຍຫວຽດນາມ ຮັບຜິດຊອບນຳສະເໜີ, ມີການເຈລະຈາ ແລະ ໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. ຂໍ້ສະເໜີຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກສະຫະປະຊາຊາດທັງໝົດ, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ, ບັນດາອົງການຈັດຕັ້ງໃນລະບົບຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນອື່ນໆ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຈັດພິທີສະເຫຼີມສະຫຼອງວັນສາກົນກຽມພ້ອມຕ້ານໂລກລະບາດໃນແຕ່ລະປີ ເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ຈາກນັ້ນ ກໍ່ມີການກະກຽມ ແລະ ການສົມທົບກັນທີ່ດີກວ່າໃຫ້ແກ່ບັນຫາດັ່ງກ່າວຢູ່ທຸກຂັ້ນ.

        ວັນທີ 27 ທັນວາ, ແມ່ນວັນຄ້າຍວັນເກີດຂອງ Louis Pasterur, ເຊິ່ງແມ່ນໜຶ່ງໃນບັນດາຜູ້ກໍ່ຕັ້ງພື້ນຖານການແພດປ້ອງກັນພະຍາດ. ນີ້ແມ່ນສາຍເຫດທີ່ຫວຽດນາມ ເລືອກເອົາວັນທີ 27 ທັນວາ ແມ່ນວັນສາກົນກຽມພ້ອມຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ