ສະມາຄົມຊາວປະມົງຄັດຄ້ານເລື່ອງຈີນຕຳໃສ່ກ່ຳປັ່ນຫາປາຂອງຊາວປະມົງຫວຽດນາມ

ສະມາຄົມຊາວປະມົງຄັດຄ້ານເລື່ອງຈີນຕຳໃສ່ກ່ຳປັ່ນຫາປາຂອງຊາວປະມົງຫວຽດນາມ - ảnh 1
ກ່ຳ​ປັ່ນ​ຫາ​ປາ Qng 98459 TS ຂອງ​ຊາວ​ປະມົງ ຫວຽດນາມ
(ພາບ: TuoiTre)

(vovworld) – ​ ວັນ​ທີ 04/01​ ສະມາຄົມ​ຊາວ​ປະມົງ ຫວຽດນາມ ​ໄດ້​ມີ​ເອກະສານທາງ​ການ​ຄັດຄ້ານ​ການ​ກະທຳ​ໄຮ້​ມະນຸດສະທຳຂອງ​ກ່​ຳປ່ັນ ຈີນ ທີ່​ໄດ້ຕຳ​ກ່ຳ​ປັ່ນ​ຫາ​ປາ Qng 98459 TS ຂອງ​ຊາວ​ປະມົງ ຫວຽດນາມ ​ໃຫ້ຈົມນ້ຳ​ ​ໃນ​ວັນ​ທີ 1/1/2016 ຜ່ານ​ມາ. ສະມາຄົມ​ຊາວ​ປະມົງ ຫວຽດນາມ ​ໃຫ້​ຮູ້​ວ່າ ຈະ​ສົມທົບ​ກັບ​ ສະມາຄົມ​ຊາວ​ປະມົງ​ບັນດາ​ແຂວງແຄມ​ທະ​ເລ, ກໍ່​ຄື​ບັນດາ​ອົງການ​ກ່ຽວຂ້ອງ ​ໂຄສະນາ​ໃຫ້​ຊາວ​ປະມົງປະຕິບັດ ​ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບ​ທະ​ເລ​ຂອງ ຫວຽດນາມ ​ແລະ ສາກົນຢ່າງ​ຖືກຕ້ອງ; ສາມັກຄີ, ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ບົນ​ທະ​ເລ ​ເພື່ອ​ເຮັດ​ໃຫ້ການ​ປະມົງ​​ໄດ້ຮັບປະກັນ​ຄວາມ​ປອດ​ໄພ, ມີ​ປະສິດທິ​ຜົນ ​ແລະ ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ