ສະມາຄົມທະຫານຜ່ານເ​ສິກ ອາເມລິກາ ​ເພື່ອສັນຕິພາບ ຍ້ອງຍໍ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ-19 ໄດ້​ສຳ​ເລັດ

(VOVWORLD) -ຕອນຄ່ຳວັນທີ 06 ພຶດສະພາ (ຕາມເວລາອາເມລິກາ), ສະມາຄົມທະຫານຜ່ານເສິກ ເພື່ອສັນຕິພາບ ຢູ່ ນິວຢອກ, ອາເມລິກາ ໄດ້ຈັດກອງປະຊຸມທາງອອນລາຍ ຊົມເຊີຍບັນດາຜົນງານຂອງ ຫວຽດນາມ ໃນບັ້ນຕໍ່ສູ້ ປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19, ພ້ອມທັງສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.
ສະມາຄົມທະຫານຜ່ານເ​ສິກ ອາເມລິກາ ​ເພື່ອສັນຕິພາບ ຍ້ອງຍໍ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ-19 ໄດ້​ສຳ​ເລັດ - ảnh 1ພາບປະກອບ: TTXVN 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Susan Schall ປະທານສະມາຄົມທະຫານຜ່ານເສິກເພື່ອສັນຕິພາບຂອງ ນິວຢອກ ໄດ້ເນັ້ນໜັກວ່າ ໃນຊ່ວງເວລານີ້, ບັນດາທະຫານຜ່ານເສິກ ອາເມລິກາ ແລະ  ນັກຮົບເກົ່າຫວຽດນາມ ອີກຄັ້ງໜຶ່ງ ໄດ້ເຫັນປະຈັກຕາກຳລັງແຮງ ແລະ ຈິດໃຈແຫ່ງຄວາມຕັດສິນໃຈຂອງ ປະຊາຊົນ ຫວຽດນາມ ໄດ້ຊ່ວຍປະເທດຊາດເອົາຊະນະໂລກລະບາດໂຄວິດ-19. ທ່ານນາງ Schall ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສາມາດຕີລາຄາໄດ້ຄວາມສ່ຽງຂອງໂລກລະບາດໂຄວິດ-19ໂດຍໄວ, ລະດົມໄດ້ທຸກແຫຼ່ງກຳລັງ ພາຍໃຕ້ການຊີ້ນຳຂອງລັດຖະບານ ຫວຽດນາມ ເພື່ອປົກປ້ອງປະຊາຊົນ ດ້ວຍວິທີ ທີ່ປະສົບຜົນສຳເລັດທີ່ສຸດ ແລະ ສະກັດກັ້ນ ວິກິດການພະຍາດຢູ່ພາຍໃນປະເທດ. ບັນດາທະຫານຜ່ານເສິກ ອາເມລິກາ ຖືວ່າ ອັນໃດທີ່ຫວຽດນາມ ບັນລຸໄດ້ແມ່ນມີຄວາມປະທັບໃຈທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ