ສະມາຄົມມິດຕະພາບຍີ່ປຸນ-ຫວຽດນາມປະກອບສ່ວນເພີ່ມພູນຄູນສ້າງການພົວພັນ 2 ປະເທດ

ສະມາຄົມມິດຕະພາບຍີ່ປຸນ-ຫວຽດນາມປະກອບສ່ວນເພີ່ມພູນຄູນສ້າງການພົວພັນ 2 ປະເທດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 16 - 17/5, ສະມາຄົມມິດຕະພາບ ຍີ່​ປຸນ - ຫວຽດນາມ ​​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ ຄັ້ງ​ທີ 61 ​ແລະ ສະ​ເຫຼີ​ມສະຫຼອງ 60ປີ ​ແຫ່ງ​ວັນສ້າງຕັ້ງ​ສະມາຄົມ​ຢູ່ ​ໂຕ​ກຽວ, ປະ​ເທດ​ ຍີ່​ປຸນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ມີ​ທ່ານປະທານ​ສະມາຄົ​ມ Furuta Motoo, ທ່ານອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່​ປຸນ ທັງ​ເປັນ​ຮອງ​ປະທານ​ສະມາຄົ​ມມິດຕະພາບ ຫວຽດນາມ - ຍີ່​ປຸນ ຫງວຽນ​ຟູ໋ບິ່ງ, ພ້ອມ​ມີຜູ້​ແທນ​ເກືອບ 60 ທ່ານ​ຊຶ່ງ​ແມ່ນ​ບັນດາ ປະທານ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະມາຄົມສາຂາທ້ອງ​ຖິ່ນ​ທົ່ວປະ​ເທດ ຍີ່​ປຸນ. ທີ່​ກອງ​ປະຊຸມ​ໃຫຍ່, ບັນດາ​ຜູ້​ແທນ​ໄດ້​ທົບ​ຫວນ​ຄືນບັນດາ​ຫຼັກ​ໝາຍ​​ທີ່​ສຳຄັນ​ໃນ​ວິວັດ​ການ​ພັດທະນາ​ສະມາຄົມ ​ນັບ​ແຕ່​ເວລາ​ສ້າງ​ຕັ້ງ, ສະຫຼຸບ​ການ​ເຄື່ອນ​ໄຫວ ປີ 2014 ​ແລະ ທິດ​ທາງ​ເຄື່ອນ​ໄຫວ ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານປະ​ທານ​ສະມາຄົມ Furuta Motoo ຖື​ວ່າ: ຈຸດໝາຍ​ທີ່​ສຳຄັນ​ຂອງ​ສະມາຄົມ ​ຍັງ​ຄົງແມ່ນ​ຊ່ວຍ​ເຫຼືອຊາວ ຫວຽດນາມ ຢູ່ ຍີ່​ປຸນ, ຊຸກຍູ້​ການ​ເຄື່ອນ​ໄຫວສອນ​ພາສາ ຍີ່​ປຸນ ​ແລະ ຮ່ວມ​ມື​ເພື່ອ​ພື້ນຖານສັນຕິພາບປອດ​ນິວ​ເຄຼຍ ​ແລະ ພັດທະນາວັດທະນະທມະນຸດ​ໃຫ້​ແຂງ​ແຮງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ