ສະມາຄົມວິສາຫະກິດຫວຽດນາມຢູ່ເຢຍລະມັນ ສະຫລຸບການເຄື່ອນໄຫວ ກາງສະໄໝ


ສະມາຄົມວິສາຫະກິດຫວຽດນາມຢູ່ເຢຍລະມັນ ສະຫລຸບການເຄື່ອນໄຫວ ກາງສະໄໝ - ảnh 1

(ພາບ: http://thegioi.baotintuc.vn)

(vovworld)– ​ ​ ວັນ​ທີ 21/12, ຢູ່​ແບກ​ແລງ, ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມຢູ່​ສ.ເຢຍລະ​ມັນ ​ໄດ້​ຈັດ​ກອງ​ປະຊຸມກາງ​ສະ​ໄໝ ​ເພື່ອ​ແນ​ໃສ່ສະຫລຸບບັນດາ​ການ​ເຄື່ອນ​ໄຫວ​, ສ້າງ​ກົດ​ລະບຽບ​ເປັນສົມ​ບູນ​ແບບ, ຮັບ​ສະມາຊິກ​ໃໝ່ ກໍ່​ຄື​ຮັບຮອງ​ເອົາ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ. ບົດ​ລາຍ​ງານ​ສະ​ຫລຸບ​ບັນດາ​ການ​ເຄື່ອ​ນ​ໄຫວ​ຂອງ​ສະມາຄົມ​ໃນ​ໄລຍະ 2013-2014 ​ໄດ້​ຍົກ​ອອກ​ບັນດາ​ວຽກ​ງານ​ທີ່ສາມາດ ​ເຮັດ​ໄດ້​ຄື: ຈັດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ເຢັຍລະ​ມັນ​ປະສົບ​ຜົນສຳ​ເລັດ ​ໂດຍ​ມີ​ການ​ເຂົ້າຮ່ວມຂອງ​ 60 ວິ​ສາ​ຫະກິດ​ໃຫ່ຍຢູ່​ເຢຍລະ​ມັນ ​ແລະ ມາ​ຈາກ​ຫວຽດນາມ; ຈັດສົ່ງ​ຄະນະ​ຜູ້​ແທນ​ກັບ​ເມືອ​ປະ​ເທດ​ໄປ​ຢ້ຽມ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ, ມອບ​ຂອງຂວັນ​ໃຫ້​ບັນດາ​ນັກຮົບ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ; ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ເຢຍລະ​ມັນ ​ແລະ ສະມາຄົມ​ທັງ​ລອງ​ຈັດ​ວັນ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່​ເກາະ​ມິດຕະພາບ Potsdam ສຳ​ເລັດ​ຜົນ. ​​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​​ໄດ້​ປະຕິບັດ​ໃນ​ລ​ໄຍະ​ຜ່ານ​ມາ./.



ຂ່າວ/ບົດ​ອື່ນ