ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານເລື່ອງຈີນ ກັກກຳປັ່ນ ແລະ ຊາວປະມົງຫວຽດນາມ

ສະມາຄົມອາຊີບການປະມົງຫວຽດນາມ ຄັດຄ້ານເລື່ອງຈີນ ກັກກຳປັ່ນ ແລະ ຊາວປະມົງຫວຽດນາມ - ảnh 1
(ພາບປະກອບ)

(vovworld) –  ຕໍ່ໜ້າ​ເລື່ອງ​ຈີນກັກ ກຳ​ປັ່ນ QNg 94912 TS ພ້ອມ​ກັບ​ຊາວ​ປະມົງ​ຫວຽດນາມ 6 ຄົນ, ພ້ອມ​ທັງ​ໃນ​ໄລຍະ​ຜ່ານ​ມາ, ຝ່າຍ​ຈີ​ນ ຍັງມີ​ການ​ກະທຳ​​ກີດຂວາງ, ຕ​ຳ​​​ໃສ່ກຳ​ປັ່ນຫາ​ປາ​ຂອງ​ຫວຽດນາມ ​ໃຫ້​ເປ່​ເພ ​ແລະ ຖືກ​ຈົມ​ນ້ຳ ​​ໃນ​ຂະນະ​ທີ່ພວມ​ຫາ​ປາ​ບົນ​ທະ​ເລ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ, ​ເຮັດ​ໃຫ້​ຊາວ​ປະມົງ​ຖືກ​ບາດ​ເຈັບ. ວັນ​ທີ 07/07, ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ ຄັດຄ້ານຢ່າງ​ແຮງ ຕໍ່ບັນດາ​ການ​ກະທຳ​ທີ່​ຜິດພາດ, ຈອງ​ທອງ​ຂອງ​ຝ່າຍ​ຈີນ. ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ ຮຽກຮ້ອງ​ຈີນ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ລ່ວງ​ລ້ຳ, ກໍ່ກວນ​, ກີ​ດຂວາງ​, ປຸ້ນ​ສະດົມຊັບ​ສິນ, ຈັບ​ຕົວ​ກັກ​ຂັງຊາວ​ປະມົງ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ​ໃນ​ທັນທີ ​ແລະ ທົດ​ແທນ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີ​ວິດ ​ແລະ ຊັບ​ສິນ​ໃຫ້​ແກ່ຊາວ​ປະມົງ​ຫວຽດນາມ. ສະມາຄົມ​ອາຊີບ​ການ​ປະມົງ​ຫວຽດນາມ ກໍ່​ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ​ຫວຽດນາມ ອອກສຽງ​ຄັດຄ້ານ, ສະກັດ​ກັ້ນ​ບັນດາ​ການ​ກະທຳ​ລະ​ເມີດ​ຂອງ​ຈີນ, ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ປ່ອຍ​ຕົວຊາວ​ປະມົງ ​ແລະ ກຳ​ປັ່ນ​ຂອງ​ຫວຽດນາມ, ພ້ອມ​ທັງ​ມີ​ມາດ​ຕະການ​ປົກ​ປ້ອງ​ຊີ​ວິດ​ໃຫ້​ຊາວ​ປະມົງ 6 ຄົນ​ທີ່ຖືກ​ຈັບ​ຕົວ​ດັ່ງກ່າວ.

        ຕາມ​ບົດ​ລາຍ​ງານ​ຂອງ​ຊາວ​ປະມົງ ​ແລະ ສະມາຄົມ​ອາຊີບ​ການ​ປະມົງກວາງ​ຫ້ງາ​ຍ, ​ໃນ​ຕອນ​ເຊົ້າ​ວັນ​ທີ 03/07/2014, ກຳ​ປັ່ນ​ຫາ​ປາ​ຂອງ​ຄອບຄົວ​ລຸ່ງ ຫວໍ​ດາດ, ຕາ​ແສງ ​ໂຟ໋​ແທກ, ​ເມືອງ​ດຶດ​ໂຟ, ກວາງ​ຫງ້າ​ຍ ​ໝາຍ​ເລກ QNg 94912 TS ​ໂດຍ​ລູກ​ຄິງ ຫວໍ​ເຕີນ​ແຕວ ​ເປັນ​ກັບຕັນ​ເຮືອພ້ອມ​ກັບ​ຊາວ​ປະມົງ 5 ຄົນ​ພວມ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​​ໃນອ່າວ​ພາກ​ເໜືອ ​ໄດ້ຖືກ​ຝ່າຍ​ຈີນ ຈັບກັກ​ຂັງກຳ​ປັ່ນ ​ແລະ ຊາວ​ປະມົ​ງ​​​ພາໄປ​ຈີນ.

ຂ່າວ/ບົດ​ອື່ນ