ສະຫະປະຊາຊາດກະຕຸກຊຸກຍູ້ໂລກເພີ່ມທະວີການໜູນຊ່ວຍອີຣັກ

ສະຫະປະຊາຊາດກະຕຸກຊຸກຍູ້ໂລກເພີ່ມທະວີການໜູນຊ່ວຍອີຣັກ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ​​ເພື່ອ​ແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ​ສຳລັບ​ສະພາບ​ການ​ຢູ່​ອີຣັກ ປະຈຸ​ບັນ, ​​ຕໍ່​ໜ້າການຟື້ນ​ຕົວຢ່າງ​ແຮງ​ຂອງ​ອົງ​ການ ​“ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງກວ່າ​ອີກ. ວັນ​ທີ 30/03, ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ໄປ​ເຖິງ​ນະຄອນຫຼວງ ​ແບກ​ແດດ. ທ່ານ​ເລຂາທິການ​​ໃຫຍ່ Ban Ki moon ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ອີຣັກ ລວມມີ: ທ່ານ​ນາຍົກລັດຖະມົນຕີ Haider al Abadi, ທ່ານ​ປະທານາທິບໍດີ Fuad Masum, ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ອີກ. ທ່ານ​ເລຂາທິການ​​ໃຫຍ່ Ban Ki moon ​ໄດ້​ຮຽກຮ້ອງ​​ລັດຖະບານ​ອີຣັກ ​ແລະ ປະຊາ​ຄົມ​ສາກົນ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ປະຊາຊົນ​ອີຣັກ ພວມ​ດຳລົງ​ຊີ​ວິດ​ໃນ​ສະພາບ​ປະສົບ​ກັບ​ຄວາມຫຍຸ້ງຍາກ. ທ່ານ​ຊີ້​ແຈ້ງ​ວ່າ, ການ​ປະ​ທະ​ກັນ​ຢູ່​ອີຣັກ ​ໄດ້​ເຮັດ​ໃຫ້ປະຊາຊົນ​ປະ​ເທດ​ນີ້​ກວ່າ 2,5 ລ້ານ​ຄົນ ຕ້ອງ​ປະລະ​ເຮືອນ​ຊານ​ໄປ​ອົບ​ພະຍົບ, ດຳລົງ​ຊີວິດ​ໃນ​ສະພາບ​​ຂາດ​ເຂີນ ​ແລະ ມີ​ໄພ​ນາບ​ຂູ່​ເຖິງ​ຊີວິດ. ທ່ານ​ເລຂາທິການ​ໃຫຍ່​ມີ​ຄວາມ​ວິຕົກ​ກັງ​ວົງ​​ຕໍ່​ບັນດາ​ຂ້ໍມູນຂ່າວທີ່ກ່ຽວຂ້ອງ​ເຖິງ​ສະພາບ​ເຂັ່ນຂ້າ, ລອກ​ຈັບ​ຕົວ, ທຳລາຍ​ຊັບ​ສິນ​ກໍ່​ຄື​ບັນດາ​ເຂດ​ປູຊະນີຍະສະຖານ​ຢູ່​ອີຣັກ. ປະຈຸ​ບັນ​, ປະທານ 30% ຈຳນວນຜື​ນ​ແຜ່ນດິນ​ຂອງ​ອີຣັກ ຖືກ​ບັນດາ​ມື​ປືນ IS ຄວບ​ຄຸມ.

ຂ່າວ/ບົດ​ອື່ນ