ສະຫະປະຊາຊາດຈັດຕັ້ງ “ວັນຫຼົບໄພໂລກ”ຢູ່ຊີຣີ

ສະຫະປະຊາຊາດຈັດຕັ້ງ “ວັນຫຼົບໄພໂລກ”ຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ວັນ​ທີ 19/06, ຂະ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊາວ​ຫຼົບ​ໄພ (UNHCR) ໄດ້​ຈັດ “ວັນ​ຫຼົບ​ໄພ​ໂລກ” ຢູ່​​ຊີ​ຣີ, ເຊິ່ງ​ແມ່ນ​ແຫ່ງ​ທີ່​ມີ​ປະ​ຊາ​ຊົນນັບ​ລ້ານໆ​ຄົນ​ໄດ້​ຍ້າຍ​ອອກ​ຈາກເຮືອນ​ຊານ​ໄປ​ຫຼົບ​ໄພ​ ໃນ​ສົງ​ຄາມ​ເສິກ​ກາງ​ເມືອງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 5 ປີ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ກັບ​ສື່ມວນ​ຊົນ​ຢູ່​ນະ​ຄອນ​ຫຼວງ Damascus, ​ຂອງຊີ​ຣີ, ຜູ້​ຕາງ​ໜ້າ UNHCR ທ່ານ Sajjad Malik ເນັ້ນ​ໜັກ​ວ່າ, “ວັນ​ຫຼົບ​ໄພ​ໂລກ” ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ກ່ຽວ​ກັບ​ຊາວ​ຫຼົບ​ໄພ ແລະ ຊາວ​ອົບ​ພະ​ຍົບ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ສານ​ທີ່​ວ່າ ຊາວ​ຫຼົບ​ໄພ​ກ​ໍ​ຕ້ອງ​ມີ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ຄື​ກັບ​ຄົນ​ທຳ​ມະ​ດາ. ຕາມ UNHCR ແລ້ວ, ຊີ​ຣີ ພ​ວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ສົງ​ຄາ​ມ​ໂລກ​ຄັ້ງ​ທີ 2, ​ອັນໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ 5,6 ລ້ານ​ຄົນ​ຂອງ​ປະ​ເທດນີ້​ຕ້ອງ​ອົບ​ພະ​ຍົບ​ເຖິງ​ເຂດ​ອື່ນໆ​ພາຍ​ໃນ​ປະ​ເທດ ແລະ 4,8 ລ້ານ​ຄົນ​ຕ້ອງ​ໄປ​ຫຼົບ​ໄພ.

ຂ່າວ/ບົດ​ອື່ນ