ສະຫະປະຊາຊາດຈະປະກາດມະຕິກ່ຽວກັບຂໍ້ຕົກລົງນິວເຄຼຍຂອງອີຣານໂດຍໄວ

ສະຫະປະຊາຊາດຈະປະກາດມະຕິກ່ຽວກັບຂໍ້ຕົກລົງນິວເຄຼຍຂອງອີຣານໂດຍໄວ - ảnh 1
(ພາບປະກອບ)

​​(vovworld) - ​                                                                           ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ທ່ານ​ໜຶ່ງ​ຖະ​ແຫຼ​ງວ່າ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈະ​ປະກາດມະຕິສະບັບ​ໜຶ່ງ​ກ່ຽວ​ກັບ​ແຜນການ​ຂອງ​ອີຣານ ປະຕິບັດ​ຂໍ້​ຕົກລົງ​ນິວ​ເຄຼຍ ທີ່​ຫາ​ກໍ​ບັນລຸ​ໄດ້​ກັບ​ກຸ່ມ P5+1 (​ເຊິ່ງລວມມີ ອາ​​ເມ​ລິ​ກາ, ລັດ​ເຊ​ຍ, ຈີນ, ຝລັ່ງ, ອັງກິດ ​ແລະ ​ເຢຍລະ​ມັນ). ມະຕິ​ດັ່ງ​ກ່າວ​ອາດ​ຈະ​ຖືກ​ຍົກ​ອອກ​ມາ​ໃນ​ໄວ້ໆ​ຄື​ອາທິດ​ຈະ​ມາ​ເຖິງ. ​ເຈົ້າ​ໜ້າ​ທີ່​ໂດຍ​ບໍ່​ເຜີ​ຍຊື່​ໃຫ້​ຮູ້​ວ່າ, ມະຕິ​ນີ້​ໂດຍ​ອາ​ເມ​ລິ​ກາ ຮຽບຮຽງ ​ແລະ ປະຈຸ​ບັນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ມີ​ສິດ​ຢັບຢັ້ງ​ຢູ່​ສະຫະ​ປະຊາ​ຊາດ, ​ເຊິ່ງ​ເຄີ​ຍ​ເຂົ້າ​ຮ່ວມ​ວິວັດ​ການ​ເຈລະຈາ​ດ້ານ​ນິວ​ເຄຼຍກັບ​ອີຣານ. ມະຕິ​ຈະ​ອະນຸຍາດ​ຈັດ​ວາງ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ ຖ້າ​ຫາກອີຣານ ບໍ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ຂໍ້​ຕົກລົງ, ​ຄາດ​ວ່າ, ອາດ​ຈະ​ບໍ່​ເຕື້ອງ​ເຖິງ​ມາດ​ຕະການ​​ດ້ານ​ການ​ທະຫານ.

ຂ່າວ/ບົດ​ອື່ນ