ສະຫະພັນແມ່ຍິງ ຫວຽດນາມ ເພີ່ມທະວີວຽກງານ ການຕ່າງປະເທດ

 

ສະຫະພັນແມ່ຍິງ ຫວຽດນາມ ເພີ່ມທະວີວຽກງານ ການຕ່າງປະເທດ - ảnh 1
       ທ່ານນາງຫງວຽນ​ທິ​ແທນ​ຮ່ວ່າ ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ
                               ພາບປະກອບ: internet


(vovworld) - ກອງ​ປະຊຸມ​ໃຫຍ່​ຜູ້​ແທນແມ່ຍິງທົ່ວ​ປະ​ເທດ​ຄັ້ງທີ 11 ຫາກ​ໍຈັດ​ຕັ້ງ​ສຳ​ເລັດ​ຜົນ​ຢູ່​ຮ່າ​ໂນ້ຍ ​ໄດ້​ວາງ​ອອກ​ບັນດາ​ຫນ້າ​ທີ່ ​ແລະ ມາດ​ຕະການ ​ເພື່ອ​ເຕົ້າ​ໂຮມ​ແມ່ຍິງ​ຫວຽດນາມ​ທຸກ​ຊັ້ນ​ວັນນະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ຂະ​ບວນການ​ແມ່ຍິງ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວ່າ, ກຳ​ມະ​ການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “​ໃນ 6 ຫນ້າ​ທີ່​ຈຸດ​ສຸມ​ຊຶ່ງ​ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົານັ້ນ ມີຫນ້າ​ທີ່​ຫນຶ່ງ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ກັບ​ສາກົນ. ​ເນື້ອ​ໃນ​ເພື່ອ​ປະຕິບັດ​​ໃຫ້​ໄດ້​ແມ່ນ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ, ມີ​ຄວາມສາມັກຄີ​ມິດຕະພາບ​ກັບ​ປະຊາຊົນ, ກັບ​ແມ່ຍິງ​ປະ​ເທດ​ຕ່າງໆ ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ບັນດາ​ປະ​ເທດ​ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມີບົດບາດ​ທີ່​ຕັ້ງ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ.  ຕ້ອງ​ປັບປຸງ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ, ຫລາຍ​ຝ່າຍ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ​ເຂົ້າ​ຮ່ວມ​ຂະ​ບວນການ​ຕໍ່ສູ້​ຂອງ​ແມ່ຍິງ ​ແລະ ປະຊາຊົນ​ໂລກ​ເພື່ອ​ສັນຕິພາບ, ​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ້​ປະຕິບັດ ​ແລະ ​ເຂົ້າຮ່ວມ​ການ​ຕິດຕາມ​ກວດກາ, ຕີ​ລາຄາ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສຳຄັນ​ຂອງ​ລັດຖະບານ​ຫວຽດນາມ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ແມ່​ຍິງ ​ແລະ ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ