ສະເຫຼີມສະຫຼອງວັນຄ້າຍ ວັນເກີດປະທານ ໂຮ່ຈິມິນຢູ່ລັດເຊຍ


ສະເຫຼີມສະຫຼອງວັນຄ້າຍ ວັນເກີດປະທານ ໂຮ່ຈິມິນຢູ່ລັດເຊຍ - ảnh 1 

(ພາບ: VGP/Quốc Bình)

(vovworld)- ​ ຕອນ​ເຊົ້າວັນ​ທີ 19/5, ຢູ່​ສະໜາມ​ຫຼວງ​ໂຮ່ຈິ​ມິນ ທີ່​ນະຄອນຫຼວງ​ມົດ​ສະ​ກູ, ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ​ໄດ້​ຈັດ​ພິທີ​ຖະຫວາຍ​ອດ​ໄມ້ ​​ເນື່ອງໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ຄົບຮອບ 124 ປີ. ກ່ອນ​ໜ້ານັ້ນ, ວັນ​ທີ 17/5, ຢູ່​ນະຄອນ Sait Peterburg ພະ​ແນ​ກຝ່າຍຕາ​ເວັນ​ອອກ, ມະຫາວິທະຍາ​ໄລ​ສັງ​ລວມ Sait Peterburg ​ແລະ ສະ​ຖາ​ບັນ​ໂຮ່ຈິ​ມິນ ຢູ່​ພະ​ແນ​ກນີ້ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ຄົບຮອບ 124 ປີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຜູ້ຕາງໜ້າ​ການ​ນຳ​ໂຮງຮຽນ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ​ໄດ້​ເນັ້ນໜັກ​ວ່າ: ປະທານ​ໂຮ່ຈິ​ມິນ​ແມ່ນ​ຜູ້ກໍ່ຕັ້ງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງນ້ຳໃຈ​ມິດຕະພາບ​ລະຫວ່າງ​ຫວຽດນາມ-​ລັດ​ເຊຍ. ສະນັ້ນ, ບັນດາ​ລຸ້ນຄົນ​ປະຈຸ​ບັນ​ຕ້ອງ​ປັບປຸງ ​ແລະ ​ເປີດ​ກ້ວາງ​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ລັດ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ./.

ຂ່າວ/ບົດ​ອື່ນ