ສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມດີໂອຊີນ ຫວຽດນາມ

ສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມດີໂອຊີນ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 52 ປີ​ແຫ່ງ​ວັນເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2013) ​ໄດ້ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍພວ​ມດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ. ວັນ​ທີ 08 ສິງຫາ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ນະຄອນ​ດ່າ​ນັ້ງ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ກູ້​ສົນ ​ໄປ​ຢ​້ຽມຢາມ ​ແລະ ມອບ​ຂອງຂວັນ 300 ພູດ, ດ້ວຍ​ຍອດ​ມູນ​ຄ່າກວ່າ 100 ລ້ານ​ດົງ ​ໃຫ້​ແກ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວັນ​ແຂວງ. ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ນະຄອນ ຍັງ​ມອບ​ລົດ​ຖີບ 7 ຄັນ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແລະ ທ່າ​​ອາກາດ​ດ່າ​ນັ້ງ ຮັບ​ລ້ຽງ​ດູ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ 40 ຄົນ​ຕະຫຼວດຊີວິດ. ​​ເນື່ອງ​ໃນ​ໂອາກດນີ້, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ແຂວງກວາງຈິ້ ​ໄດ້​ມອບ​ຂອງຂວັນ 500 ພູດ, ​ແຕ່​ລະ​ພູດ​ມີ​ມຸນ​ຄ່າ 300.000 ດົງ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ຢູ່​ບັນດາ​ເມືອງ, ​ເທດສະບານ​ເມືອງ, ນະຄອນ​ພາຍ​ໃນ​ແຂວງ. ສະມາຄົມ​ກໍ່​ໜູນ​ຊ່ວຍ​ມອບ​ເຮືອນ​​ແຫ່ງ​ສາຍ​ຈິດ​ມິດ​ໃຈ 3 ຫຼັງ, ​ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ 50 ລ້ານ​ດົງ; ໜູນ​ຊ່ວຍ​ທຶນ​ເພື່ອ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່ 20 ຄອບຄົວ​ທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ, ​ແຕ່​ລະ​ຄອບຄົວ 1,5 ລ້ານ​ດົງ ​ເພື່ອ​ພັດທະນາ​ເສດຖະກິດ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະມາຄົມ​ຜູ້​ປະສົມ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ນະຄອນ ຮ່າ​ໂນ້ຍ ກໍ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ເຫດການ​ດັ່ງກ່າວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ພິສີ​ສົ້ມ​ດີ​ໂອ​ຊີ​ນທີ່​ໄດ້​ເສຍ​ຊີວິດ​ແລ້ວ, ພ້ອມ​ທັງ​ຍ້ອງ​ຍໍ​ສັນລະ​ເສີນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໄດ້​ບື​ນຕົວ​ຂຶ້ນ​ໃນ​ຊີວິດ ​ແລະ ສະ​ແດງ​ຄວາມ​ຮຸ້ບຸນຄຸນ​ບັນດາ​ອົງການ, ສ່ວນ​ບຸກຄົນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ໄລຍະ​ຜ່ານ​ມາ

ຂ່າວ/ບົດ​ອື່ນ