ສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ

ສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ - ảnh 1
( ພາບປະກອບ )

(vovworld) –     ວັນ​ທີ 13/7, ສູ​ນກາ​ງສະພາກາແດງ​ຫວຽດນາມ, ສະມາຄົມ​​ແພດ​ໝໍ​ໜຸ່ມ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ Nam Dinh, ພະ​ແນ​ກ ສາທາລະນະ​ສຸກ​ Nam Dinh ສົມທົບ​ກັບ​ບໍລິສັດ​ການຢາ ​Tam Binh ​ແລະ ບໍລິສັດ​ໂຄສະ​ນາ Phuong Tung ຈັດ​ຕັ້ງ​ໂຄງການ​ກວດ ​ແລະ ປິ່ນປົວ​ພະຍາດ, ​ແຈກ​ຍາຍຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ເປົ້າ​ໝາຍ​ຄອບ​ຄົວ​ນະ​ໂຍບາຍ, ບັນດາ​ຄວບ​ຄົວ​ທຸກ​ຍາ​ກ,​ ຜູ້​ມີ​ອາ​ຍູ້​ສູງ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້​ມດີ​ໂອ​ສີນ​ໃນ​ເທດສະບານ​ເມືອງ Nghia Hung. ​ເນື່ອງ​ໃນ​​ໂອກາດ​ນີ້, ບັນດາ​ແຂວງ Ninh Binh, Hoa Binh ກໍ​ໄດ້ຈັດ​ການ​ພົບ​ປະກັບ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ທີ່​ດີ​ເດັ່ນ ​ແລະ ຍ້ອງຍໍ​ບັນດາ​ອົງການ, ຫົວໜ່ວຍ​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ເປັນ​ຢ່າງ​ດີ; ​ເຂົ້າ​ຢ້ຽມ​ຂໍ່ານັບ, ບຸລະນະ​ສ້ອມ​ແປງຫໍ​ບຸ​ຊາ ​ແລະ ອານຸສາ​ວະລີ​ວິລະ​ຊົນຜູ້​ທີ່​​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ບັນດາ​ເມືອງ, ​ເທດສະບານ​ເມືອງ, ນະຄອນ; ຈັດ​ຕັ້ງ​ບັນດາ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​​ໃຫ້ບັນ​ດາ​ແມ່​ຫວຽດນາມວິລະ​ຊົນ, ຄອບຄົວ​ນະ​​ໂຍບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ສູນ​ເບິ່ງ​​ແຍ​ງດູ​ແລ ບຳລຸງ​ສຸຂະພາບ​ໃຫ້​ແກ່​ທະຫານ​​ເສຍ​ອົງຄະໜັກ.

ຂ່າວ/ບົດ​ອື່ນ