ສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ

ສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ  - ảnh 1
ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ການ ນັບ​ມື້​ນັບ​ພັດທະນາ

 (vovworld) - ​ວັນ​ທີ 2/7 ສະຫະ​ພັນບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີມິ​ນ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ (12/7/1995 – 12/7/2015) ​ແລະ ສະ​ເຫຼີມສະຫຼອງ 239 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດສະຫະລັດ ອາ​ເມ​ລິ​ກາ (4/7/1776 – 4/7/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເຕີ​ດ​ແທ່ງ​ກາງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ການ ນັບ​ມື້​ນັບ​ພັດທະນາ ​ແລະ 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ​່ຮ່ວມມື​ຮອບດ້ານ​ໃນ​ເດືອນ 7/2013. ນະຄອນ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ​ພ້ອມ​ກັບບັນດາຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ເປີດ​ລາຍການ​ໃໝ່​ໃນການພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ.

        ສ່ວນ​ທ່ານ​ນາງ Rene Bitter, ຫົວໜ້າ​ສະຖານກົງສູນ​ໃຫຍ່ ​ອາ​ເມ​ລິ​ກາ ປະຈຳ ນະຄອນ​ໂຮ່ຈີ​ມິນ, ​ເຊື່ອ​ໝັ້ນ​ວ່າ: ອາ​ເມ​ລິ​ກາ ​ແລະ ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ​ໃນ​ທຸກ​ຂົງ​ເຂດ. ນີ້​ກໍ​ແມ່ນ​ຈຸດໝາຍ​ເຊິ່ງ 2 ປະ​ເທດ​ພວມ​ມານະ​ພະຍາຍາມ​ປະ​ຕິ​ບັດ.

ຂ່າວ/ບົດ​ອື່ນ