ສະໂມສອນບານເຕະArsenalສິ້ນສຸດການຢ້ຽມຢາມແລະແຂ່ງຂັນມິດຕະພາບຢູ່ຫວຽດນາມ


ສະໂມສອນບານເຕະArsenalສິ້ນສຸດການຢ້ຽມຢາມແລະແຂ່ງຂັນມິດຕະພາບຢູ່ຫວຽດນາມ - ảnh 1
ການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ ຢູ່​ສະຫນາມກິລາ
​ແຫ່ງ​ຊາດ ໝີ​ດີ່ງ ຮ່າໂນ້ຍ
ພາບ:internet

(vovworld)- ​​ການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ​ໃນ​ຕອນ​ບ່າຍ​ວັນ​ທີ 17/7 ຢູ່​ສະຫນາມກິລາ​ແຫ່ງ​ຊາດ ໝີ​ດີ່ງ ຮ່າ​ໂນ້ຍ, ສະ​ໂມ​ສອນ​ບານ​​ເຕະ Arsenal ລາຊະ​ອານາ​ຈັກ​ອັງກິດ​ໄດ້ ຊະນະທິມຊາດ​ບານ​ເຕະຫວຽດນາມ ດ້ວຍ 7 ປະຕູ​ຕໍ່ 1. ທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ການ​ແຂ່ງ​ຂັນ, ຄູ​ເຝິກ​ສະ​ໂມ​ສອນບານ​ເຕະ Arsenal, ທ່າ​ນ Arsene Wenger ​ໃຫ້​ຮູ້​ວ່າ: ທ່ານ​ຮູ້​ສື​ກປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ຕໍ່ການ​ຕ້ອນຮັບ, ຊົມ​ເຊີຍຢ່າງ​ສຸດ​ໃຈ​ຂອງ​ຜູ້​ນິຍົມ​ບານ​ເຕະ​ຫວຽດນາມ​. ສ່ວນ​ຄູ​ເຝິກທິມຊາດ ຫວຽດນາມ ຮ່ວາງ​ວັນ​ຟຸກ ​ໃຫ້​ຮູ້​ວ່າ: ບັນດາ​ນັກ​​ເຕະບານ​ຫວຽດນາມ ຖອດ​ຖອນ​ບົດຮຽນ​ໄດ້​ຫລາຍ​ຢ່າງ​ຈາກ​ການ​ແຂ່ງຂັນ​ນີ້. ພາຍຫລັງ​ການ​ປະຊຸມ​ຂ່າວ, ບັນດາ​ນັກ​ເຕະບານ​ຂອງ​ສະ​ໂມ​ສອນ Asenal ອອກ​​ຈາກ​ຮ່າ​ໂນ້ຍ ​ເດີນທາງ​ໄປ​ຍີ່​ປຸ່ນ ​ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ ​ແລະ ​ແຂ່ງຂັນ​ຢູ່ ອາຊີ ​ໃນ​ລະດູ​ຮ້ອນ​ປີ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ