ສາກົນກ່າວປະນາມເຫດຍິງປືນທີ່ນອງເລືອດຢູ່ Pittsburgh, ອາເມລິກາ

(VOVWORLD) - ວັນທີ 27 ຕຸລາ, ການນຳບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນລ້ວນແຕ່ກ່າວປະນາມເຫດບຸກໂຈມຕີທີ່ນອງເລືອດໃນປະຫວັດສາດຂອງປະເທດ ອາເມລິກາ ທີ່ແນໃສ່ປະຊາຄົມຊາວຢິວ, ເຮັດໃຫ້ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດ ແລະ ຫລາຍຄົນຮັບບາດເຈັບ. 

ພາຍຫລັງເຫດບຸກໂຈມຕີທີ່ເກີດຂຶ້ນໃນວັນທີ 27 ຕຸລາ ຢູ່ໂບດ Tree of Life ທີ່ນະຄອນ Pittsburgh ຂຶ້ນກັບລັດ Pennsylvania, ໃນຖະແຫຼງການ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມຢ່າງແຮງກ່ຽວກັບການກະທຳດັ່ງກ່າວ ແລະ ຢືນຢັນວ່າ ລັດທິຄັດຄ້ານຊາວຢິວ ແມ່ນໄພນາບຂູ່ຕໍ່ຄຸນຄ່າປະຊາທິປະໄຕ ແລະ ສັນຕິພາບ.

       ແລະກໍ່ໃນວັນດຽວກັນ, ໃນສື່ສັງຄົມອອນລາຍ Twitter, ທ່ານນາຍົກລັດຖະມົນຕີ ການາດາ, ທ່ານປະທານາທິບໍດີ ຝຣັ່ງ, ທ່ານນາງນາຍົກລັດຖະມົນຕີ ອັງກິດ ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ ກໍ່ຖືວ່າ: ນີ້ແມ່ນການບຸກໂຈມຕີທີ່ “ນອງເລືອດ” ແນໃສ່ປະຊາຄົມຊາວຢິວ ຢູ່ Pittsburgh, ພ້ອມທັງ ສະແດງການສະໜັບສະໜູນ, ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຄວາມສູນເສຍກັບບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ.

       ຕາມອົງການທີ່ມີໜ້າທີ່ ອາເມລິກາ, ຕົວການຍິງປືນແມ່ນ Robert Bowers, ອາຍຸ 48 ປີ. ເປົ້າໝາຍນີ້ ໄດ້ຍອມຈຳນົນ ແລະ ຖືກຈັບຕົວພາຍລັງຍິງປືນໃສ່ຕຳຫລວດ.

ຕອບກັບ

ຂ່າວ/ບົດ​ອື່ນ