ສ້າງຕັ້ງເປົ້າໝາຍຕ່າງໆໃຫ້ ລາຍການເຊື່ອມຕໍ່ອາຊຽນປີ 2015

ສ້າງຕັ້ງເປົ້າໝາຍຕ່າງໆໃຫ້ ລາຍການເຊື່ອມຕໍ່ອາຊຽນປີ 2015 - ảnh 1
(ພາບປະກອບ)

(vovworld) -     ກອງ​ປະຊຸມ​ລັດຖະມົນຕີ​​ຄົມ​ມະນາຄົມ​ຂົນ​ສົ່ງອາ​ຊຽນ ຄັ້ງ​ທີ 18 (ATMM 18), ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29 – 30/11 ຢູ່​ບາ​ລີ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ສຸມ​ໃສ່​ປຶກສາ​ຫາລື ​ແລະ ສ້າງ​ບັນດາ​ເປົ້າ​ໝາຍ​ໃຫ້​ລາຍການ​ເຊື່ອມ​ຕໍ່​ອາ​ຊຽນປີ 2015. ATMM 18 ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ, ​ໃນ​ນັ້ນ​ຊີ້​ແຈ້ງ​​ວ່າ ບັນດາ​ລັດຖະມົນຕີ​ຄົມມະນາຄົມ​ຂົນ​ສົ່ງ ອາຊຽນ ຢືນຢັນຄຳ​ໝັ້ນ​ສັນຍາ​ປະຕິບັດ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ບັນດາ​ມາດ​ຕະການ, ຂໍ້​ລິ​ເລີ່​ມ​ເພີ່ອປະຊາ​ຄົມ​ອາ​ຊຽນ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງ​ຄົມ​ມະ​ນາ​ຄົມ​ຂົນສົ່ງ​ ຄື​ດັ່ງ​ໄດ້ກຳນົດ​ໃນ​ແຜນການ​ລະອຽດ​ຂອງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ (AEC), ​ແຜນການ​ສັງ​ລວມກ່ຽວ​ກັບ​ການເຊື່ອມ​ຕໍ່​ອາ​ຊຽນ (MPAC), ​ແຜນການ​​ເຄື່​ອນ​ໄຫວ ບຣຸ​ໄນ (BAP), ​ແຜນການ​ຂົນ​ສົ່ງ​ຍຸດ​ທະ​ສາດອາ​ຊຽນ (ASTP) ​ໄລຍະ 2011 – 2015. ຖະ​ແຫຼ​ງການ​ຮ່ວມ​ໃຫ້​ຮູ້​ວ່າ ບັນດາ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມອາ​ຊຽນ ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ແຜນການ​ສ້າງ​​ຕະຫຼາດ​ການບິນ​ທີ່​ເປັນເອກະ​ພາບ​ອາ​ຊຽນ (ASAM); ​​ເຫັນ​ດີກັບ​ຂໍ້​ສະ​ເໜີ​ສ້າງ​ພື້ນຖານ​​ ​ສະ​ສົມຂໍ້​ມູນ​ຂ່າວສານກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ສ້າງ​ແຜນການ​ໃຫ້​ແກ່​ລະບົບ​ບັນຊາ​ການບິນ​ໃນ​ອາ​ຊຽນ; ມຸ່ງ​ໄປ​ເຖິງ​ການສ້າງ​ສຳ​ເລັດ​ສັນຍາ​​ແມ່​ກ່ຽວ​ກັບ​ຄົມ​ມະນາຄົມ​ຂົນ​ສົ່ງຜ່ານ​ດ່ານ​ຊາຍ​ແດນ​ສຳ​ຫຼັບຜູ້​ໂດຍສານ (CBTP).

ຂ່າວ/ບົດ​ອື່ນ