ສ້າ​ງ​ຕັັ້ງ ສະ​ມາ​ຄົມ​ຫັນ​ເປັນ​ດີ​ຈີ​ຕອນ ຫວຽດ​ນາມ - ຍີ່​ປຸ່ນ ຢູ່​ຍີ່​ປຸ່ນ

(VOVWORLD) - ວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ສະມາຄົມບັນດາວິສາຫະກິດເຕັກໂນໂລຢີ ແລະ ສື່ສານ (ICT) ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ (VADX JAPAN).

ສ້າ​ງ​ຕັັ້ງ ສະ​ມາ​ຄົມ​ຫັນ​ເປັນ​ດີ​ຈີ​ຕອນ ຫວຽດ​ນາມ - ຍີ່​ປຸ່ນ ຢູ່​ຍີ່​ປຸ່ນ - ảnh 1ພິທີໄຂສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫ້ຽວ ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມ, ກໍ່ຄືການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ປະຈຳຍີ່ປຸ່ນ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການສ້າງຕັ້ງສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ ສ້າງບາດລ້ຽວສຳຄັນ, ແມ່ນພື້ນຖານເຊື່ອມຕໍ່ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ພ້ອມທັງຊຸກຍູ້ການຮ່ວມມື ແລະ ແບ່ງປັນບັນດາຂໍ້ລິເລີ່ມ, ມາດຕະ ການເຕັກໂນໂລຢີທີ່ກ້າວໜ້າລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ:

ການພົວພັນຂອງສອງປະເທດມີການພັດທະນາຢ່າງແຮງທີ່ສຸດໃນ 50 ປີຜ່ານມາ. ການເຕີບໂຫຍ່ເຂັ້ມແຂງໃນການພົວພັນສອງປະເທດກໍ່ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງ ຂອງປະຊາຄົມຂໍ້ມູນຂ່າວສານຂອງພວກເຮົາ, ກາຍເປັນກຳລັງປະກອບສ່ວນບໍ່ພຽງແຕ່ໃຫ້ພື້ນຖານເສດຖະກິດປະເທດປະຈຳຖິ່ນ, ພື້ນຖານເສດຖະກິດຫວຽດນາມ ເທົ່ານັ້ນ ຫາກຍັງມີຄວາມສຳຄັນກ່ວາອີກແມ່ນປະກອບສ່ວນໃຫ້ການພົວພັນຂອງສອງປະເທດ ອີກດ້ວຍ. ຂ້າພະເຈົ້າປາດຖະໜາວ່າ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ສະມາຄົມຈະມີການປະກອບສ່ວນທີ່ສຳຄັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ