ສ້າງຕັ້ງ 7 ຄະນະກວດກາ, ຕິດຕາມກວດກາການກວດກາການສໍ້ລາດບັງຫຼວງ

ສ້າງຕັ້ງ 7 ຄະນະກວດກາ, ຕິດຕາມກວດກາການກວດກາການສໍ້ລາດບັງຫຼວງ - ảnh 1
​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ
(ພາບ: tienphong.vn)

(vovworld) – ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ​້ລາດ​ບັງ​ຫຼວງ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ 7 ຄະນະ​ປະຕິບັດ​ງານ​ກວດກາ, ຕິດ​ຕາມ​ກວດກາ​ການ​ກວດກາ, ການສືບສວນ​ສອບ​ສວນ, ການ​ຕິດຕາມ​ກວ​ດກາ, ການ​ສັ່ງ​ຟ້ອງ ​ແລະ ພິພາກສາ​ບັນດາຄະດີສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ. ກ່ອນ​ໜ້າ​ນັ້ນ, ຄະນະ​ຊີ້ນ​ຳສູນ​ກາງ​ກ່ຽວ​ກັບ​ການ​ປ​້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກໍ່​ໄດ້​ປະກາດ​ໃຊ້​ແຜນການ​ກ່ຽວ​ກັບ​ການ​ກວດກາ, ຕິດຕາມ​ກວດກາ​ເລື່ອງ​ກວດກາ​ການສືບສວນ​ສອບ​ສວນ, ການ​ຕິດຕາມ​ກວ​ດກາ, ການ​ສັ່ງ​ຟ້ອງ ​ແລະ ພິພາກສາ​ບັນດາຄະດີສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນ. ຜ່ານ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ເພື່ອ​ຄົ້ນພົບ​ສິ່ງຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ການ​ເຄື່ອນ​ໄຫວ​ກວດກາ​​ເຫດການ​ຄົ້ນພົບ​, ສືບສວນ​ສອບ​ສວນ, ​ຕິດຕາມ​ກວ​ດກາ, ການ​ສັ່ງ​ຟ້ອງ ​ແລະ ພິພາກສາ​ບັນດາ​ຄະດີ​ຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ. ຜ່ານ​ນັ້ນ, ປັບປຸງ​ບັນດາ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ຕໍ່ສູ້​ຕ້ານ​ສໍ​້ລາດ​ບັງ​ຫຼວງ​ຄື​ປະຈຸ​ບັນ, ປັບປຸງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ ​ແລະ ລັດ. ຕາມ​ແຜນການ​​ແລ້ວ, ​ໄລຍະ​ປະຕິບັດ​ການ​ກວດກາ, ຕິດຕາມ​ກວດກາ​ແຕ່​ວັນ​ທີ 15/8 ຮອດ​ວັນ​ທີ 30/9. ໝາກຜົນ​ຂອງ​ການ​ກວດກາ, ຕິດຕາມ​ກວດກາ​ຈະ​ໄດ້​ລວບ​ລວມ ​​ແລະ ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ກ່ອນ​ວັນ​ທີ 30/11/2013.

ຂ່າວ/ບົດ​ອື່ນ