ສ້າງພື້ນຖານດ້ານກົດໝາຍຢ່າງແຫນ້ນແຟ້ນປະກອບສ່ວນແກ້ໄຂການຕັດ​ສິນລົງໂທດບໍ່ຍຸຕິທຳ,ຜິດພາດ

ສ້າງພື້ນຖານດ້ານກົດໝາຍຢ່າງແຫນ້ນແຟ້ນປະກອບສ່ວນແກ້ໄຂການຕັດ​ສິນລົງໂທດບໍ່ຍຸຕິທຳ,ຜິດພາດ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13

(vovworld)- ​ ​ຕອ​ນ​ບ່າຍ​ວັນ​ທີ 5/6, ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່າ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລືວ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ສະ​ພາບ​ການ​ຜູ້​ຖືກ​ຕັດ​ສິນລົງ​ໂທດບໍ່​ຍຸ​ຕິ​ທຳ, ພິ​ພາກ​ສາ​ຜິດ​ພາດ​ໃນ​ການ​ໝູ​ນ​ໃຊ້​ກົດ​ໝາຍ​ອາ​ຍາ, ການ​ດຳ​ເນີນ​ຄະ​ດີ​ອາ​ຍາ ແລະ ການ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໃຫ້​ຜູ້​ຖືກ​ຕັດ​ສິນ​ລົງ​ໂທດ​ບໍ່ຍຸ​ຕິ​ທຳ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະ​ດີ​ອາ​ຍາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ບົດ​ລາຍ​ງານ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຮູ້​ວ່າ: ສະ​ພາບ​ການ​ຕັດ​ສິນ​ລົງ​ໂທດບໍ່​ຍຸ​ຕິ​ທຳ​, ການ​ພິ​ພາກ​ສາ​ຜິດ​ພາດ​ໄດ້​ຫລຸດ​ລົງ​ຫລາຍ​ເມື່ອ​ທຽບ​ໃສ່​ກ່ອນນີ້. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ອົງ​ການ​ສືບ​ສວນ​ສອບ​ສວນ, ໄອ​ຍະ​ການ ແລະ ສານ​ຂັ້ນ​ຕ່າງໆ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ປະ​ຕິ​ບັດ​ກົດ​ໝາ​ຍ​ໃນ​ການ​ເຄື່ອນ​ໄຫວ​ສືບ​ສວນ, ສັ່ງຟ້ອງ​, ພິ​ພາກ​ສາ ບໍ່​ປະ​ໃຫ້​ເກີດ​ບັນ​ດາ​ກໍ​ລະ​ນີ​ຖືກ​ຕັດ​ສິນ​ລົງ​ໂທດບໍ່​ຍຸ​ຕິ​ທຳ, ພິ​ພາກ​ສາ​ຜິດ​ພາດ.

 

ຂ່າວ/ບົດ​ອື່ນ