ສ້າງຮູບແບບນະຄອນສະຫຼາດ

ສ້າງຮູບແບບນະຄອນສະຫຼາດ - ảnh 1
ທີ່ກອງ​ປ​ະ​ສຳ​ມະ​ນາ
(ພາບ: TTXVN)


(vovworld) – “ມາດ​ຕະ​ການ​ສັງ​ເຂບສ້າງ​ຮູບ​ແບບ​ນະ​ຄອນ​ສະ​ຫຼາດ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ” ແມ່ນ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ສົມ​ທົບ​ກັບ​ບໍ​ລິ​ສັດຫຸ້ນ​ສ່ວນ ຕ໋​ຽນ​ໂບ້​ກ໋ວກ​ເຕ໋ ຈັດ​ຕັ້ງ​ໃນ​ວັນ​ທີ 11/08. ທີ່ກອງ​ປ​ະ​ສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ​ສັງ​ກັດ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ຂອງ​ຍີ່​ປຸ່ນ, ສິງ​ກະ​ໂປ, ອິດ​ສະ​ຣາ​ແອນ, ສ.ເກົາ​ຫຼີ… ​ໄດ້​ແນະ​ນຳຮູບ​ແບບ ແລະ ມາດ​ຕະ​ການ​ໃນ​ການກໍ່​ສ້າງນະ​ຄອນ​ສະ​ຫຼາດ; ປະ​ກອບຄຳ​ເຫັ​​ນ​ໃຫ້​ນະ​ຄອນ​ໂຮ່​ຈິ​ມິນ​ ບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ສະ​ຫຼາດ, ສາ​ທາ​ລະ​ນະ​ສຸກ​ສະ​ຫຼາດ, ການ​ສຶກ​ສາ​ສະ​ຫຼາດ… ບັນ​ດາ​ນັ​ກ​ຊ່ຽວ​ຊ​ານ​ຖື​ວ່າ, ປະ​ຈຸ​ບັນ, ບັນ​ດາ​ນະ​ຄອນ​ຢູ່​ຫວຽດ​ນາມ ພວມຫັນ​ມາ​ນຳ​ໃຊ້​ລະ​ບົບ​ກອມ​ພິວ​ເຕີເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແກ​້​ໄຂວຽກ​ງານ​ປະ​ຈຳ​ວັນ, ແຕ່​ຍັງບໍ່​ທັງ​ສ້າງລະ​ບົບ​ເຊື່ອມ​ຕໍ່​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເທື່ອ. ທາດ​ແທ້​ຂອງ​ນ​ະ​ຄອນ​ສະ​ຫຼາດ​ແມ່ນ​ເຮັດ​ແນວ​ໃດ​ເກ​ັບ​ກຳ​ຂໍ້​ມູນ​ຈາກ​ແຫຼ່ງ​ຕ່າງໆ​ເພື່ອ​ໄຈ້​ແຍກ, ຕີ​ລາ​ຄາຂໍ້ມູນ​ເພື່ອ​ແນ​ໃສ່​ຍົກ​ອອກ​ບັນ​ດາ​ການ​ຄາດ​ຄະ​ເນ​ໃນ​ອະ​ນາ​ຄົດ. ຈາກນັ້ນ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຈະ​ຍົກ​ອອກ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ໄດ​້​ຄາດ​ຄະ​ເນ​ໄວ້​ກ່ອນ.

ຂ່າວ/ບົດ​ອື່ນ