ສານ ອີຢີບ ປະຕິເສດຟ້ອງອຸທອນຂອງອົງການອ້າຍນ້ອງມຸດສະລີມ
![ສານ ອີຢີບ ປະຕິເສດຟ້ອງອຸທອນຂອງອົງການອ້າຍນ້ອງມຸດສະລີມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_11_07/toa_an_ai_cap_cam_to_chuc_anh_em_hoi_giao_hoat_dong_0.jpg)
ພາບປະກອບ:internet
|
(vovworld)- ວັນທີ 6/11, ອົງການອ້າຍນ້ອງມຸດສະລີມ(MB) ຂອງອີຢີບ ຖືກປະລາໄຊໃນຄວາມມານະພະຍາຍາມຕ່າວປີ້ນຄຳຕັດສິນຂອງສານເມື່ອເດືອນ 9. ຕາມນັ້ນແລ້ວ ຫ້າມທຸກການເຄື່ອນໄຫວຂອງຂະບວນການອິດສະລາມນີ້ ດ້ວຍຖານະແມ່ນອົງການບໍ່ຂຶ້ນກັບລັດຖະບານ ພ້ອມທັງໂອນບັນດາກອງທຶນ ແລະ ຊັບສົມບັດຂອງອົງການດັ່ງກ່າວມາເປັນສ່ວນລວມ. ຕາມສຳນັກຂ່າວສານ ອີຢີບ MENA, ໃນການປະຊຸມສານພິພາກສາເມື່ອວັນທີ 6/11, ສານດຳເນີນຄະດີສຸກເສີນ Cairo ໄດ້ປະຕິເສດໃບຟ້ອງອຸທອນຂອງອົງການດັ່ງກ່າວ ໂດຍຮຽກຮ້ອງໃຫ້ຍົກເລີກຄຳຕັດສິນຂອງສານ. ການຜັນແປຄັ້ງລ້າສຸດໄດ້ຮັບການຕີລາຄາວ່າ ແມ່ນການ ໂຈມຕີໃສ່ຂະບວນການການເມືອງຕົ້ນຕໍຢູ່ ອີຢີບ.