ສາມັນຊົນ ອາບການນິດສະຖານ ເສຍຊີວິດໃນບັນດາເຫດໃຊ້ຄວາມຮຸນແຮງເພີ່ມຂຶ້ນລະດັບສູງສຸດໃນສະຖິຕິ

(VOVWORLD) -   ຕາມບົດລາຍງານຂອງ UNAMA ແລ້ວ, ເລື່ອງນຳໃຊ້ບັນດາວັດຖຸລະເບີດໂດຍຜະລິດເອງ (IEDs) ໃນບັນດາເຫດວາງລະເບີດສະຫຼະຊີບ ຫຼື ຮູບແບບບຸກໂຈມຕີອື່ນໆ ແມ່ນສາຍເຫດຕົ້ນຕໍເຮັດໃຫ້ສາມັນຊົນຖືກເສຍຊີວິດ (ກວມເຖິງ 50%).
ສາມັນຊົນ ອາບການນິດສະຖານ ເສຍຊີວິດໃນບັນດາເຫດໃຊ້ຄວາມຮຸນແຮງເພີ່ມຂຶ້ນລະດັບສູງສຸດໃນສະຖິຕິ - ảnh 1(ພາບປະກອບຈາກ NDTV)

ວັນທີ 15 ກໍລະກົດ, ຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ຢູ່ ອາບການິດສະຖານ (UNAMA) ປະກາດບົດລາຍງານສ່ອງແສງພຶດຕິກຳຕົວຈິງທີ່ສາມັນຊົນສືບຕໍ່ແມ່ນຜູ້ປະສົບເຄາະຮ້າຍໃນບັນດາເຫດໃຊ້ຄວາມຮຸນແຮງເຊິ່ງເກີດຂຶ້ນຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້. ຕາມນັ້ນແລ້ວ, UNAMA ໄດ້ຢັ້ງຢືນຕົວເລກສາມັນຊົນເກືອບ 1.700 ຄົນຖືກເສຍຊີວິດໃນບັນດາການປະທະກັນ ແລະ ບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ ອາບການິດສະຖານ ໃນ 6 ເດືອນຕົ້ນປີ 2018, ໃນນັ້ນຈຳນວນສາມັນຊົນຖືກຮັບບາດເຈັບແມ່ນ 3.430 ຄົນ.

        ຕາມບົດລາຍງານຂອງ UNAMA ແລ້ວ, ເລື່ອງນຳໃຊ້ບັນດາວັດຖຸລະເບີດໂດຍຜະລິດເອງ (IEDs) ໃນບັນດາເຫດວາງລະເບີດສະຫຼະຊີບ ຫຼື ຮູບແບບບຸກໂຈມຕີອື່ນໆ ແມ່ນສາຍເຫດຕົ້ນຕໍເຮັດໃຫ້ສາມັນຊົນຖືກເສຍຊີວິດ (ກວມເຖິງ 50%). ນອກຈາກນັ້ນ, ບັນດາການປະທະກັນທາງບົກ, ເຫດຄາດຕະກຳໂດຍມີຈຸດປະສົງ, ບັນດາບັ້ນຮົບທາງອາກາດ… ກໍ່ແມ່ນສາຍເຫດກໍ່ໃຫ້ເກີດການລົ້ມຫາຍຕາຍຈາກທີ່ໃຫຍ່ຫຼວງສຳລັບສາມັນຊົນ. UNAMA ໄດ້ຕຳໜິຕິຕຽນ ຕາລີບານ ແລະ ບັນດາກຸ່ມປະກອບອາວຸດອື່ນໆແມ່ນຕົວການກໍ່ໃຫ້ເກີດຄວາມລົ້ມຫາຍຕາຍຈາກສ່ວນຫຼາຍໃນສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ