ສ.ເກົາຫຼີ,ອິນເດຍຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດພິເສດ

ສ.ເກົາຫຼີ,ອິນເດຍຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດພິເສດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ແລະ ທ່ານ​ນາງ​
ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: AFP/TTXVN)

(vovworld) - ສ.ເກົາຫຼີ​, ອິນ​ເດຍ ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພິ​ເສດ. ນີ້​ແມ່ນ​ຂໍ້​ຕົກ​ລົງ​ບັນ​ລຸ​ໄດ້​ລະ​ຫວ່າງ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ໃນ​ການ​ເຈ​ລະ​ຈາ​ເມື່ອ​ວັນ​ທີ 18/5, ຢູ່ ເຊີ​ອູນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຜະ​ລິດ ແລະ ພື້ນ​ຖານ​ໂຄງ​ລ່າງ, ພ້ອມ​ທັງ​ແບ່ງ​ປັນ​ທັດ​ສະ​ນະ​ຖື​ວ່າ: ສ. ເກົາຫຼີ ແລະ ອິນ​ເດຍ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ໃນ​ການ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ. 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ແຕ່ນີ້​ຮອດ​ເດືອນ 6/2016 ຈະ​ເລີ່ມ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປັບ​ປຸງ​ສັນ​ຍາ​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ (CEPA). ໃນ​ຖະ​ແຫຼງ​ກາ​ນ​ຮ່ວມ​ຍົກ​ອອກ​ມາ​ພາຍຫຼັງ​ການ​ເຈ​ລະ​ຈາ, ສ. ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ດ້ານ​ກາ​ນ​ເງິນ​ດ້ວຍ​ມູນ​ຄ່າ 10 ຕື້ USD ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ອິນ​ເດຍ. 2 ຝ່າຍກໍ່​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື 7 ສ​ະ​ບັບ, ໃນ​ນັ້ນ​ມີ​ສັນ​ຍາ​ຕ້ານ​ການ​ເກັບ​ພາ​ສີ​ຊ້ອນ.

 

ຂ່າວ/ບົດ​ອື່ນ