ສເກົາຫຼີຮຽກຮ້ອງສປປເກົາຫຼີເປີດປະຕູແລະປະຕິຮູບ

ສເກົາຫຼີຮຽກຮ້ອງສປປເກົາຫຼີເປີດປະຕູແລະປະຕິຮູບ - ảnh 1

ປະທານາທິບໍດີ ສ​ເກົາຫຼີ ທ່ານ​ນາງ Park Geun – hye
(ພາບອິນເຕີແນັດ)

(vovworld) –​​​ ​ ວັນ​ທີ 9/9, ປະທານາທິບໍດີ ສ​ເກົາຫຼີ ທ່ານ​ນາງ Park Geun – hye ​ໄດ້​ກະຕຸກ​ຊຸກຍູ້ ສປປ​ເກົາຫຼີ ຍົກ​ເລີກ​ນະ​ໂຍບາຍພັດທະນາ ຄຽງ​ຄູ່​ກັບ​ໂຄງການ​ນິວ​ເຄຼຍ ​ແລະ ​ເສດຖະກິດ, ພ້ອມ​ທັງ, ຮຽກຮ້ອງ ພຽງ​ຢາງ ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ ​ແລະ ປະຕິ​ຮູບ. ກ່າວ​ຄຳ​ເຫັນ​ໃນ​ເວທີ​ປາ​ໄສ​ການ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນຊາ​ດ ​ເຊ​ອູ​ນ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຫລວງ ​ເຊ​ອູ​ນ ​ໃນ​ວັນ​ດຽວ​ກັນ, ທ່ານນາງ​ປະທານາທິບໍດີ Park Geun – hye ຊີ້​ແຈ້ງວ່າ: “ສປປ ​ເກົາຫຼີ ຄວມ​ໄປ​ຕາມ​ທິດ​ທາງພັດທະນາ​ແທ້​ຈິງ ​ໂດຍ​ຜ່ານ​ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ”. ຕາມ​ທ່ານ​ນາງ Park Geun – hye ​ແລ້ວ, ລັດຖະບານ ສ​ເກົາ​ຫຼີ ຍາມ​ໃດ​ກໍ​ຊຸກຍູ້​ນະ​ໂຍບາຍ​ສ້າງ​ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ແຫຼມ​ເກົາຫຼີ ກໍ​ຄືຄວາມ​ມັກ​ໃຫຍ່​ໄຝ່ສູງ​ດ້ານ​ນິວ​ເຄຼຍຂອງ ພຽງ​ຢາງ. ທ່ານນາງ​ກໍ່​ເນັ້ນ​ໜັກ​ວ່າ: ການ​ໂຮມ ສ​ເກົາຫຼີ ​ແລະ ສປປ​ ​ເກົາຫຼີ ​ເປັນ​ເອກະ​ພາບ​ຄືນ​​ໃໝ່​ແມ່ນມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ສັນຕິພາບ​ໂລກ.

        ກ່ຽວ​ກັບ​ສະພາບ ອາຊີ​ຕາ​ເວັນ​ອອກ, ທ່ານ​ນາງ Park Geun – hye ຖື​ວ່າ: ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ເສດຖະກິດທີ່​ພວມ​ດຳ​ເນີນຢູ່​ພາກ​ພື້ນ, ​ແຕ່ກົນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ​ເພື່ອ​ສ້າງ​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ພັດບໍ່​ທັນ​ໄດ້ຮັບ​ການຜັນ​ຂະຫຍາຍ​ເທື່ອ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ຜູ້ນຳ ສ​.ເກົາຫຼີ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ພາກ​ພື້ນ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ, ​​​ເຊິ່ງ​ເລີ່​ມ​ຈັດ​ຕັ້ງ​ນັບ​ແຕ່​ປີ 2012.


ຂ່າວ/ບົດ​ອື່ນ