ສເກົາຫຼີແລະຈີນບໍ່ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບADIZ

ສເກົາຫຼີແລະຈີນບໍ່ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບADIZ - ảnh 1
Senkaku/ຕຽວອີ ນອນໃນ ADIZ ຂອງ ຈີນ
(ພາບ: dantri.com)


(vovworld) – ທີ່​ການ​ເຈລະຈາ​ດ້ານ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ​ປະຈຳ​ປີ​ຄັ້ງ​ທີ 3 ພວມ​ຖືກ​ຈັດ​ຂຶ້ນ​ຢູ່ ​ເຊີ​ອູ​ນ ​ເມື່ອ​ວັນ​ທີ 28/11, ສ ​ເກົາຫຼີ ຮຽກ​ຮ້ອງ​ໃຫ້ ຈີນ ປັບປຸງ​ຖະ​ແຫຼ​ງການ​ປະກາດ​ເມື່ອ​ວັນ​ທີ 23/11 ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງທີ່ກໍ່​ຄວາມ​ເຄັ່ງ​ຕຶງ​​ໃນ​ພາກ​ພື້ນ. ທ່ານ​ຮອງລັດຖະມົນຕີປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ Baek Seung Joo ​ເນັ້ນ​ໜັກ​ວ່າ: ​ເຊີ​ອູ​ນ “ບໍ່​ສາມາ​ດຮັບ​ຮູ້” ADIZ ຂອງ​ຈີນ​ໄດ້, ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ການ​ກະທຳ​ດັ່ງກ່າວ​ຂອງ ປັກ​ກິ່ງ ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ດ້ານການ​ທະ​ຫານ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ. ສ ​ເກົາຫຼີ ສະ​ເໜີ​ໃຫ້ ຈີນ ປັບປຸງ​ບັນດາ​ຂອບ​ເຂດ​​ເຊິ່ງ ADIZ ຫາ​ກໍ່​ປະກາດ, ພິ​ເສດ​ແມ່ນ​​ເຂດ​ຊ້ຳ​ຊ້ອນ ADIZ ຂອງ ສ ​ເກົາຫຼີ, ພ້ອມ​ທັງ​ກ່າວ​ເຕືອນ​ຈະ​ຄິດ​ໄລ່​ຊັ່ງຊາ​ເຖິງ​ການ​​ເປີດ​ກ້ວາງ ADIZ ຂອງ ສ ​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈີນ ຄັດຄ້ານ​ຂໍ້​ສະ​ເໜີ​ຂອງ ສ ​ເກົາຫຼີ. ກ່ອນ​ໜ້າ​ນັ້ນ, ຍີ່ປຸ່ນ, ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ອອກ​ສຽງ​ຄັດຄ້ານ​ຖະ​ແຫຼ​ງການ​ຂອງ ຈີນ, ຕາມ​ນັ້ນ​ແລ້ວ, ​ເຮືອບິນ​ທຸກໆ​ລຳ​ໄປ​ຜ່ານ​ເຂດ ADIZ ດັ່ງກ່າວ​ຕ້ອງ​ປະກາດ​ກ່ອນ ຖ້າ​ຫາກ​ບໍ່​ປະຕິບັດຄື​ດັ່ງກ່າວ​ຈະນຳ​ໃຊ້ບັນດາ​ມາດ​ຕະການ​ດ້ານທະຫານຢ່າງ​ຮີ​ບດ່ວນ.

 

ຂ່າວ/ບົດ​ອື່ນ