ສ.ເກົາຫຼີໃຫ້ສັດຕະຍາບັນ FTA ສະບັບປັບປຸງກັບອາເມລິກາ

(VOVWORLD) -ວັນທີ 07 ທັນວາ, ສະພາແຫ່ງຊາດສ.ເກົາຫຼີ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ສະບັບປັບປຸງກັບອາເມລິກາ.

ຕາມສັນຍາສະບັບດັ່ງກ່າວ, 2 ຝ່າຍໄດ້ເຫັນດີນຳກັນວ່າ ອາເມລິກາ ຈະແກ່ຍາວເວລາຈັດວາງອັດຕາພາສີສຳລັບບັນດາລົດກະບະທີ່ນຳເຂົ້າຈາກສ.ເກົາຫຼີ ຮອດປີ 2041 ແລະ ສ.ເກົາຫຼີ ໄດ້ເພີ່ມລະດັບເພດານນຳເຂົ້າລົດປະເພດຕ່າງໆທີ່ຜະລິດຕາມມາດຕະຖານຄວາມປອດໄພຂອງອາເມລິກາ ຂຶ້ນເຖິງ 50.000 ຄັນ/ປີ ໃຫ້ແກ່ໂຮງງານຜະລິດລົດແຕ່ລະແຫ່ງ.

        FTA ສ.ເກົາຫຼີ - ອາເມລິກາ ມີຜົນສັກສິດມາແຕ່ປີ 2012 ແລະ ໄດ້ຮັບຖືວ່າແມ່ນສັນຍາລັກເຮັດໃຫ້ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ແຕ່ວ່າ ໃນເດືອນ ກໍລະກົດ 2017, ທຳນຽບຂາວໄດ້ສະເໜີເຈລະຈາ FTA ລະຫວ່າງ ອາເມລິກາ - ສ.ເກົາຫຼີ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ