ສ.ເກົາຫຼີ​ ຍົກ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ລະ​ຫວ່າງສ.ເກົາຫຼີ ແລະ ສ​ປ​ປ.ເກົາ​ຫຼ​ີ

(VOVWORLD) -ໃນທີ 11 ຕຸລາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ເນັ້ນໜັກວ່າ ບັນດາຂໍ້ຕົກລົງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນປັດຈຸບັນຕ້ອງໄດ້ຮັບຄວາມເຄົາລົບນັບຖືເພື່ອສາມາດສະກັດກັ້ນການປະທະກັນທາງອາວຸດທີ່ຈະເກີດຂຶ້ນຄືນໃໝ່ຢູ່ແຫຼມເກົາຫຼີ.
ສ.ເກົາຫຼີ​ ຍົກ​ສູງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ລະ​ຫວ່າງສ.ເກົາຫຼີ ແລະ ສ​ປ​ປ.ເກົາ​ຫຼ​ີ - ảnh 1ພາບປະກອບ:  AFP/TTXVN 

ໃນວາລະປະຊຸມດ່ວນຂອງຄະນະກຳມະການປະຈຳສະພາຄວາມໝັ້ນຄົງ ແຫ່ງຊາດ (NSC) ໂດຍທ່ານ Suh Hoon ຜູ້ອຳນວຍການຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ເປັນເຈົ້າພາບ, ບັນດາເຈົ້າໜ້າທີ່ແຖວໜ້າໄດ້ປຶກສາຫາລື ແລະ ໄຈ້ແຍກບົດກ່າວປາໄສ ໃນຫວ່າງແລ້ວນີ້ຂອງທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ ກຳອຳນາດ. ບັນດາເຈົ້າໜ້າທີ່ ສ.ເກົາຫຼີ ເນັ້ນໜັກວ່າ ບັນດາຂໍ້ຕົກລົງທີ່ແຕກຕ່າງກັນ ລະຫວ່າງ ສອງພາກ ເພື່ອ ແນໃສ່ສະກັດກັ້ນບັນດາການປະທະກັນທາງອາວຸດສອງຝ່າຍ ແລະ ສົງຄາມແມ່ນຕ້ອງໄດ້ປະຕິບັດ ແລະ ປົກປັກຮັກສາ ບໍ່ວ່າດ້ວຍສິ່ງໃດໝົດ. ບັນດາເຈົ້າໜ້າທີ່ເຫັນດີເປັນເອກະພາບວ່າ ຈະສືບຕໍ່ໄຈ້ແຍກຄວາມໝາຍຍຸດທະສາດຂອງລະບົບອາວຸດໃໝ່ທີ່ ສປປ.ເກົາຫຼີໄດ້ປະກາດ.

ຕອບກັບ

ຂ່າວ/ບົດ​ອື່ນ