ສ.ເກົາຫຼີ ແລະ ຈີນ ມານະພະຍາມຮັກສາສະຖຽນລະພາບໃນແຫຼມເກົາຫຼີ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ແລະ ຄູ່ຮ່ວມຕຳແໜ່ງ ຈີນ ທ່ານ ຫວາງອີ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງໂລກລະບາດໂຄວິດ-19 ຢູ່ ສປປ.ເກົາຫຼີ
ສ.ເກົາຫຼີ ແລະ ຈີນ ມານະພະຍາມຮັກສາສະຖຽນລະພາບໃນແຫຼມເກົາຫຼີ - ảnh 1ການໂອ້ລົມສົນທະນາທາງໄກ
(ພາບ: THX/TTXVN)

ບັນດານັກການທູດແຖວໜ້າຂອງ ສ.ເກົາຫຼີ ແລະ ຈີນ ໄດ້ຈັດການໂອ້ລົມສົນທະນາທາງໄກໃນວັນທີ 17 ພຶດສະພາ ເພື່ອແນໃສ່ປຶກສາຫາລືວິທີການຮ່ວມມືໃນຄວາມມານະພະຍາຍາມຮັກສາຄວາມສະຖຽນລະພາບໃນແຫຼມເກົາຫຼີ, ກໍຄືໜູນຊ່ວຍ ສປປ.ເກົາຫຼີ ຮັບມືກັບໂລກລະບາດໂຄວິດ-19.

        ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ແລະ ຄູ່ຮ່ວມຕຳແໜ່ງ ຈີນ ທ່ານ ຫວາງອີ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງໂລກລະບາດໂຄວິດ-19 ຢູ່ ສປປ.ເກົາຫຼີ ແລະ ໄດ້ແລກປ່ຽນຄຳເຫັນກ່ຽວກັບຄວາມຈຳເປັນຕ້ອງສະໜອງເຄືື່ອງອຸປະຖຳມະນຸດສະທຳໃຫ້ແກ່ປະເທດນີ້. ທ່ານລັດຖະມົນຕີການຕ່າງປະເທດ Park Jin ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບກຳລັງຄວາມສາມາດດ້ານນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ ອາດຈະກໍ່ໃຫ້ເກີດຄວາມຂາດສະຖຽນລະພາບຢູ່ພາກພື້ນ ແລະ ຮຽກຮ້ອງໃຫ້ມີການຮ່ວມມືລະຫວ່າງ ເຊີອຸ່ນ ແລະ ປັກກິງ ເພື່ອຮັກສາຄວາມສະຖຽນລະພາບໃນແຫຼມ ເກົາຫຼີ. ກໍ່ທີ່ການໂອ້ລົມສົນທະນາ, ທ່ານ ຫວາງອີ ສະເໜີເຮັດໃຫ້ການພົວພັນ 2 ຝ່າຍຢ່າງເລິກເຊິ່ງຂຶ້ນຕື່ມ ຜ່ານການຕິດຕໍ່ຂັ້ນສູງ, ຮ່ວມມືເຊິ່ງກັນແລະກັນ ແລະ ແລກປ່ຽນວັດທະນະທຳ; ເຫັນດີຊຸກຍູ້ການແຈ້ງຂໍ້ມູນຕິດຕໍ່ຍຸດທະສາດ ເພື່ອສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມມືທາງດ້ານເສດຖະກິດ, ສາທາລະນະສຸກ, ການປ່ຽນແປງຂອງດິນຟ້າອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ