ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຊັ່ງ​ຊາ​ທຸກ​ການ​ຄັດ​ເລືອກ​ ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຢູ່​ແຫຼມ​ເກົາຫຼີ

(VOVWORLD) -ວັນທີ 19 ມັງກອນ, ບັນດາເຈົ້າໜ້າທີ່ທາງການທູດ ສ.ເກົາຫຼີ ແລະ ອາເມລິກາ ໄດ້ ໂອ້ລົມເຈລະຈາກ່ຽວກັບບັນດາເຫດຍິງທົດລອງລູກສອນໄຟຫວ່າງມໍ່ໆມານີ້ ຂອງ ສປປ.ເກົາຫຼີ ແລະ ຢັ້ງຢືນຄືນໃໝ່ຄວາມມານະພະຍາຍາມຂອງ ສອງປະເທດ ໃນການແກ້ໄຂສິ່ງທ້າທາຍໃນພາກພື້ນ.

ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຊັ່ງ​ຊາ​ທຸກ​ການ​ຄັດ​ເລືອກ​ ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຢູ່​ແຫຼມ​ເກົາຫຼີ - ảnh 1ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: YONHAP/TTXVN)

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານ Choi Jong -kun ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາລີ ແລະຄູ່ຮ່ວມຕຳແໜ່ງ ອາເມລິກາ ທ່ານ Wendy Sherman ໄດ້ໂອ້ລົມທາງໂທລະສັບ ພາຍຫຼັງ ສປປ.ເກົາຫຼີ ຍິງທົດລອງ ລູກສອນໄຟຊີ້ທາງຍຸດທະສາດ 2 ລູກ ໃນວັນທີ 18 ມັງກອນ, ໂດຍແມ່ນການທົດລອງຍິງລູກສອນໄຟຄັ້ງທີ 4 ໃນເດືອນມັງກອນ ນີ້. ແຈ້ງການໃຫ້ຮູ້ວ່າ ຮອງລັດຖະມົນຕີສອງທ່ານ ໄດ້ແບ່ງປັນການຕີລາຄາ ກ່ຽວກັບບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ ແລະ ຢັ້ງຢືນຄືນໃໝ່ວ່າ ຈະ ຊັ່ງຊາທຸກການຄັດເລືອກ ເພື່ອແກ້ໄຂສະພາບການຢູ່ແຫຼມເກົາຫຼີ ແລະ ເຊື່ອມຕໍ່ບັນດາການເຈລະຈາ ກັບ ສປປ.ເກົາຫຼີ ຄືນໃໝ່ ໃນເວລາໄວເທົ່າທີ່ຈະໄວໄດ້.

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ທ່ານຮອງລັດຖະມົນຕີ Sherman ໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟຫວ່າງມໍ່ໆມານີ້ ຂອງ ສປປ.ເກົາຫຼີ ແມ່ນ ລະເມີດຫຼາຍມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊິ່ງ ຢູ່ ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ