ສ.ເກົາຫຼີ ແລະ ອາເມລິກາ ມານະພະຍາຍາມເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີ ຄືນໃໝ່

(VOVWORLD) -ໃນເວລາຢູ່ປະເທດນີ້, ທ່ານ Sung Kim ຈະພົບປະກັບຄູ່ຮ່ວມຕຳແໜ່ງທ່ານ Noh Kyu duk, ໃນນັ້ນ 2 ຝ່າຍຈະປຶກສາຫາລືບັນດາວິທີການຮ່ວມມືເພື່ອແນໃສ່ບັນລຸໄດ້ຄວາມກ້າວໜ້າຢ່າງແທດຈິງໃນການປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງສິ້ນເຊິ່ງ
ສ.ເກົາຫຼີ ແລະ ອາເມລິກາ ມານະພະຍາຍາມເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີ ຄືນໃໝ່ - ảnh 1ທູດພິເສດຂອງ ອາເມລິກາ ແລະ ສ.ເກົາຫຼີ
(ພາບ: AFP/TTXVN)

ວັນທີ 21 ສິງຫາ, ທ່ານ Sung Kim, ທູດພິເສດຂອງ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ໄດ້ໄປຢ້ຽມຢາມ ສ.ເກົາຫຼີ ເປັນເວລາ 4 ວັນ. ໃນເວລາຢູ່ປະເທດນີ້, ທ່ານ Sung Kim ຈະພົບປະກັບຄູ່ຮ່ວມຕຳແໜ່ງທ່ານ Noh Kyu duk, ໃນນັ້ນ 2 ຝ່າຍຈະປຶກສາຫາລືບັນດາວິທີການຮ່ວມມືເພື່ອແນໃສ່ບັນລຸໄດ້ຄວາມກ້າວໜ້າຢ່າງແທດຈິງໃນການປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງສິ້ນເຊິ່ງ, ພ້ອມທັງສ້າງສັນຕິພາບຢ່າງຍາວນານຢູ່ທີ່ນີ້. ທ່ານ Sung Kim ໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບ ສປປ.ເກົາຫຼີ ໃນ “ບໍ່ວ່າຈຸດເວລາໃດ, ເຂດໃດເຊິ່ງບໍ່ຕ້ອງມີເງື່ອນໄຂຕັດສິນຊີ້ຂາດ” ແລະ ຫວັງວ່າຈະໄດ້ຮັບປະຕິກິລິຍາຢ່າງຕັ້ງໜ້າຈາກ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ