ຫຼັກສູດການສຶກສາຂັ້ນອະນຸບານໃໝ່ຈະໄປຕາມທິດສຳຜັດກຳລັງຄວາມສາມາດຂອງເດັກນ້ອຍ

(VOVWORLD) -ໃນກວ່າ 10 ປີຜ່ານມາ, ວິວັດທະນາການຜັນຂະຫຍາຍໂຄການດັ່ງກ່າວບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ສ້າງປະຖົມປັດໄຈສຳຄັນໃຫ້ແກ່ການສຶກສາລະດັບສາມັນໃຫ້ບັນລຸໝາກຜົນທີ່ດີ.
ຫຼັກສູດການສຶກສາຂັ້ນອະນຸບານໃໝ່ຈະໄປຕາມທິດສຳຜັດກຳລັງຄວາມສາມາດຂອງເດັກນ້ອຍ - ảnh 1(ທີ່ກອງປະຊຸມສຳມະນາ)

        ວັນທີ 17 ຕຸລາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ບົດຮຽນປະສົບການລະດັບຊາດ ແລະ ສາກົນກ່ຽວກັບການສ້າງຫຼັກສູດສຶກສາຂັ້ນອະນຸບານ”. ໃນກວ່າ 10 ປີຜ່ານມາ, ວິວັດທະນາການຜັນຂະຫຍາຍໂຄການດັ່ງກ່າວບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ສ້າງປະຖົມປັດໄຈສຳຄັນໃຫ້ແກ່ການສຶກສາລະດັບສາມັນໃຫ້ບັນລຸໝາກຜົນທີ່ດີ. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ຍັງມີສິ່ງຈຳກັດຈຳນວນໜຶ່ງ, ຮຽກຮ້ອງຕ້ອງສ້າງຫຼັກສູດສຶກສາຂັ້ນອະນຸບານໃໝ່ ດ້ວຍວິວັດການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານຂອງການສຶກສາ ແລະ ບຳລຸງສ້າງ. ໃນນັ້ນ, ທັດສະນະ ແລະ ການກຳນົດທິດສ້າງຫຼັກສູດສຶກສາຂັ້ນອະນຸບານໃໝ່ສະແດງໃຫ້ເຫັນທັດສະນະສຳຜັດການພັດທະນາຄຸນນະທາດ, ກຳລັງຄວາມສາມາດຂອງເດັກນ້ອຍຢ່າງຈະແຈ້ງກວ່າ.

        ມີ 3 ຈຸດພົ້ນເດັ່ນຂອງໂຄງການດັ່ງກ່າວເມື່ອທຽບໃສ່ຫຼັກສູດປະຈຸບັນ ນັ້ນແມ່ນ: ສ້າງຫຼັກສູດສຳຜັດກັບກຳລັງຄວາມສາມາດ; ມີລັກສະນະເຊື່ອມຕໍ່ກັບຫຼັກສູດສຶກສາສາມັນ 2018; ມອບສິດໃຫ້ທ້ອງຖິ່ນໃນການປະຕິບັດຕາມຫຼັກສູດຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ