ຫລາຍແຂວງ,ນະຄອນໃນທົ່ວປະເທດດຳເນີນການປ່ອນບັດເລືອກຕັ້ງກ່ອນກຳນົດເວລາ

ຫລາຍແຂວງ,ນະຄອນໃນທົ່ວປະເທດດຳເນີນການປ່ອນບັດເລືອກຕັ້ງກ່ອນກຳນົດເວລາ - ảnh 1
​ພະ​ນັກ​ງານ​ໃນ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ ກວດ​ກາ​ຫີບ​ບັດ​ກ່ອນ​ດຳ​ເນີນ​ການ​ປ່ອນ​ບັດ

(vovworld)- ນັບ​ແຕ່​ເວ​ລາ 7 ໂມງ​ຂອງວັນ​ທີ 15/5, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂຶ້ນ​ກັບ 3 ຫນ່ວຍ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ ເຈື່ອງ​ຊາ ແຂວງ ແຄງ​ຮ​ວ່າ ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016-2021. ຕາມ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ ແຄງ​ຮ່​ວາ ແລ້ວ, ເມື່ອ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອ​ກ​ຕັ້ງ​ສະ​ມ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ​ລ້ວນ​ແຕ່​ຍົກ​ໃຫ້​ເຫັນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ ເພື່ອ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ໃນ​ຂົງ​ເຂດ​ວຽກ​ງານ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​, ກໍ່​ສ້າງ​ເມືອງ​ເກາະ​ເຈື່ອງ​ຊາ ນັບ​ມື້​ນັບ​ຮັ່ງ​ມ​ີ​ເຂັ້ມ​ແຂງ.

ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 5.800 ຄົນ​ຂຶ້ນ​ກັບ 3 ຕາ​ແສງ ຢູ່ ເຂດ​ຊາຍ​ແດນ, ເຂດ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ ຢູ່ ແຂວງ ລາຍ​ເຈົາ ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນກ​ຳ​ນົດ​ເວ​ລາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ