ຫວຽດນາມຄັດຄ້ານຈີນດຳເນີນການບູລະນະ,ກໍ່ສ້າງກິດຈະກຳຢ່າງຜິດກົດໝາຍຢູ່ຫາດດ່ອນຈືເທີບຂຶ້ນກັບໝູ່ເກາະເຈື່ອງຊາ

ຫວຽດນາມຄັດຄ້ານຈີນດຳເນີນການບູລະນະ,ກໍ່ສ້າງກິດຈະກຳຢ່າງຜິດກົດໝາຍຢູ່ຫາດດ່ອນຈືເທີບຂຶ້ນກັບໝູ່ເກາະເຈື່ອງຊາ - ảnh 1
ຫາດດ່ອນຈືເທີບ
ພາບ:vnexpress.net

(vovworld)-​ ​​ວັນ​ທີ 6/11, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ: ຫວຽດ​ນາມ ມີ​ພະ​ຍານ​ຫລັກ​ຖານ​ດ້ານ​ກົດ​ໝາຍ ແລະ ປະ​ຫວັດ​ສາດ​ຢ່າງ​ພຽງ​ພໍ ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ ສຳ​ລັບ ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ການ​ກະ​ທຳ​ບູ​ລະ​ນະກໍ່​ສ້າງ​ກິດ​ຈະ​ກຳ​ຢ່າງ​ຜິດ​ກົດ​ໝາຍ ຂອງ​ຈີນ ​ຢູ່​ຫາດ​ດອນ​ຈ​ື​ເທີບ ໄດ້​ລ່ວງ​ລ້ຳອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ ໝູ່​ເກາະ​ເຈື່ອງ​ຊາ, ລະ​ເມີດ​ກົດ​ໝາຍ​ສາ​ກົນ, ໄປ​ຝ​ືນ​ກັບ​ຖະ​ແຫລງ​ການ​ກ່​ຽ​ວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ(DOC) ກໍ​ຄື ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້​ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ດ​າ​ບັນ​ຫາ​ບົນ​ທະ​ເລ​ຫວຽດ​ນາມ - ຈ​ີນ, ເຮັດ​ໃຫ້​ປ່ຽນ​ແປງສະ​​ພາບ​ເດີມ, ກໍ່​ຄວາມ​ເຄ​ັ່ງ​ຕຶງ, ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ບໍ່​​ນຳ​ມາ​ເຖິງ​ຜົນ​ປະ​ໂຫຍດ​ແກ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ​້ານ​ການ​ກະ​ທຳ​ຢ່າງ​ຜິດ​ກົດ​ໝາຍ​ດັ່ງ​ກ່າວ​ຂອງ​ຈີນ, ຮຽ​ກ​ຮ້ອງ​ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ, ຢຸດ​ຕິ​ການ​ບູ​ລະ​ນະ, ກໍ່​ສ້າງ​ກິດ​ຈະ​ກຳ, ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມຢູ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ບໍ່​​ປະ​ໃຫ້​ເກີດໄດ້​ມີ​ການ​ກະ​ທຳຜິດ​ພາດ​ຄ​ື​ດັ່ງ​ກ່າວ. ໃນ​ວັນ​ດຽວ​ກັນ, ຜູ້​ຕາງ​ຫນ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ຫນ້າ​ສະ​ຖານ​ທູດ​ຈີນ ປະ​ຈຳ​ຮ່າ​ໂນ້ຍ ເພື່ອ​ມອບ​ຈົດ​ໝາຍ​ການ​ທ​ູດ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ຈີນ.

 

 

 

ຂ່າວ/ບົດ​ອື່ນ