ຫວຽດນາມ-ຈີນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ

ຫວຽດນາມ-ຈີນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ - ảnh 1
ສອງຝ່າຍລົງນາມໃນບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​
ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ
(ພາບ: thuvienphapluat.vn)

(vovworld) – ​ ຫວຽດນາມ-​ຈີນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ. ນັ້ນ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ລະຫວ່າງ ຫວຽດນາມ ​ແລະ ຈີນ ​​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສິ​ກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຫວູວັນ​ຕ໋າມ ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ຈີນ ຈາງ​ເຕົາ​ຫຼີນ ລົງ​ນາມເມື່ອ​ວັນ​ທີ 20/5. ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​​ແລ້ວ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ, ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ ​ແລະ ຜະລິດ​ແນວ​ພັນ​ປູກ, ຕິດຕາມ​ກວດກາ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໃນ​ຕົ້ນ​ໄມ້​ປູກ ​ແລະ ສັດລ້ຽງ; ຜະລິດ​ກົນ​ຈັກ​ຮັບ​ໃຊ້​ກະສິກຳ; ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ​ແລະ ​ແລກປ່ຽນ, ຖ່າຍ​ທອດ​ຂໍ້​ມູນ​ຂ່າວ​ລະຫວ່າງ 2 ຝ່າຍ.

        ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ 2 ປະ​ເທດ ​ໄດ້​ມີ​ການ​ຮ່ວມ​ມື​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ກະສິກຳ, ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ, ຍົກ​ສູງ​​ຄວາມ​ສາມາດ ​ແລະ  ສິນ​ໃນ​ນ້ຳ. 2 ກະຊວງ​ກໍ​ມີ​ນະ​ໂຍບາຍ​ຫຼາຍ​ຢ່າງ​ ເພື່ອ​ໜູນ​ຊ່ວຍ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ໃນ​ຂົງ​ເຂດ​ຜະລິດ ​ແລະ ປຸງ​ແຕ່ງ​ໄມ້, ຫົວອາຫານ​ສັດ, ຕົ້ນ​​ໄມ້ປູກ, ຜັກ, ໝາກ​ໄມ້​ສົດ.

ຂ່າວ/ບົດ​ອື່ນ