ຫວຽດນາມຈະປະ ກອບເຂົ້າສານໃຫ້ແກ່ ກອງທຶນສະສົມເຂົ້າ ສານດ່ວນອາຊຽນ+3


ຫວຽດນາມຈະປະ ກອບເຂົ້າສານໃຫ້ແກ່ ກອງທຶນສະສົມເຂົ້າ ສານດ່ວນອາຊຽນ+3 - ảnh 1

ບັນດາ​ສະມາຊິກ​ກອງ​ທຶນ

(ພາບ: ktdt.vn)

 (vovworld)- ​ ທີ່​ກອງ​ປະຊຸມ​ຄັ້ງທີ 2 ກອງ​ທຶນ​ສະ​ສົມ​ເຂົ້າສານ​ດ່ວນອາ​ຊຽນ+3 ​ໂດຍກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 29/5 ຢູ່​ຮ່າ​ໂນ້ຍ, ບັນດາ​ສະມາຊິກ​ຄູ່​ຮ່ວມ​ມື​ຂອງ​ກອງ​ທຶນ​ດັ່ງກ່າວ​ໄດ້​ເອກະ​ພາບ​ກັນ​ກ່ຽວ​ກັບ​ຈຸດໝາຍ​ພື້ນຖານ​ຂອງ​ກອງ​ທຶນ​ແມ່ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຄ້ຳປະກັນ​ສະບຽງ​ອາຫານ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານເລກ​ວກ​ແຢວງ ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຊີ້​ແຈ້ງວ່າ:

   “​ເລື່ອງ​ນຳກອງ​ທຶນ​ສະ​ສົມ​ເຂົ້າສານ​ດ່ວນອາ​ຊຽນ+3 ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ ​ແລະ ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ຂອງ​ສະພາ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ ​ແລະ ນ້ຳ​ໃຈ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ. ບັນຫາຄ້ຳປະກັນ​ສະບຽງ​ອາຫານ , ພິ​ເສດ​ແມ່ນ​ຮັບປະກັນການຄ້ຳປະກັນ​ສະບຽງ​ອາຫານ ​ໃນ​ບັນດາ​ກໍລະນີ​ຮີບ​ດ່ວນ, ຮັບ​ມື​ກັບ​ໄພພິບັດ ​ແມ່ນ​ບັນຫາ​ຕ້ອງ​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ບັນດາ​ມາດ​ຕະການ​ຢ່າງ​ໄວວາ, ຮັບປະກັນ​ລັກສະນະ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ກູ້​ຊ່ວຍ​ດ່ວນ“./.

ຕອບກັບ

ຂ່າວ/ບົດ​ອື່ນ