ຫວຽດນາມຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ

(VOVWORLD) -ໂດຍຮັບຄຳເຊີນຈາກລັດຖະບານ ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ໄດ້ເດີນທາງໄປໄປຢ້ຽມຢາມ ສ.ເກົາຫຼີແຕ່ວັນທີ 2 ຫາວັນທີ 6 ທັນວາ. ໃນຂອບເຂດການຢ້ຽມຢາມ, ວັນທີ 3 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon
    ຫວຽດນາມຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon 

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຈະດຳເນີນການພົບປະ, ຢ້ຽມຢາມຂັ້ນສູງ, ເພີີ່ມທະວີການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ.

    ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ຢືນຢັນວ່າ ລັດຖະບານຫວຽດນາມພ້ອມແລ້ວສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ ສ.ເກົາຫຼີ ເຂົ້າຮ່ວມໃນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ວຍຂອບຂະໜາດໃຫຍ່ໂດຍຜ່ານຮູບແບບຮ່ວມມືພາກລັດ-ເອກະຊົນ(PPP).

    ສ່ວນ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon ຢືນຢັນລັດຖະບານ ສ.ເກົາຫຼີ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະ ທ່ານເອງຈະຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດ, ນຳການຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ ແລະ ຍົກສາຍພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ