ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

(VOVWORLD) -ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ຍາມໃດກໍຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ.
ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ - ảnh 1ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານສະມາຊິກສະພາສູງອາເມລິກາ Cory Gardner 

ຕອນບ່າຍວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານສະມາຊິກສະພາສູງ Cory Gardner, ປະທານອະນຸກຳມະການການຕ່າງປະເທດ ອາຊີຕາເວັນອອກ - ປາຊີຟິກ ແລະນະໂຍບາຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດສາກົນ ຂອງກຳມາທິການການຕ່າງປະເທດສະພາສູງອາເມລິກາ, ປະທານຄະນະກຳມາທິການທົ່ວປະເທດບັນດາສະມາຊິກສະພາສູງພັກສາທາລະນະລັດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ຍາມໃດກໍຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ  ສະເໜີໃຫ້ທັງສອງຝ່າຍ ຈົ່ງເພີ່ມທະວີການຮ່ວມມືຢູ່ບັນດາລະບອບລະບຽບການຢູ່ພາກພື້ນ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການປັບປຸງບົດບາດເປັນສູນກາງໃຫ້ໝັ້ນຄົງເຂັ້ມແຂງ ແລະ ສືບຕໍ່ຮັກສາຄວາມສາມັກຄີໃນກຸ່ມອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອາເມລິກາ ໃຫ້ພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ.

        ສ່ວນທ່ານສະມາຊິກສະພາສູງ Cory Gardner ໄດ້ຕີລາຄາສູງບັນດາຜົນງານທີ່ ຫວຽດນາມບັນລຸໄດ້ໃນວິວັດການພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາ; ແລະເນັ້ນໜັກວ່າ ອາເມລິກາມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມໃນບັນດາ ຂົງເຂດ ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ