![ຫວຽດນາມບໍ່ທັນພົບເຫັນສັດປີກ ຕິດໄວຣັດໄຂ້ຫວັດ A/H7N9 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_05_06/cum%201.jpg)
ເປັນເຈົ້າການໃນການປ້ອງກັນໂລກໄຂ້ຫວັດ A/H7N9
(ພາບ:thesaigontimes.vn)
(vovworld)- ປະຈຸບັນ, ຢູ່ຫວຽດນາມ ບໍ່ທັນພົບເຫັນສັດປີກຕິດໄວຣັດໄຂ້ຫວັດ A/H7N9 ເທື່ອ. ນັ້ນແມ່ນຄຳຢືນຢັນຂອງກົມສັດຕະວະແພດສູນກາງທີ່ກອງປະຊຸມລະດົມແຫ່ລງກຳລັງໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດ A/H7N9 ຢູ່ຫວຽດນາມ ໂດຍກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 6/5 ຢູ່ຮ່າໂນ້ຍ. ພາຍຫຼັງໄດ້ຮັບຂ່າວວ່າໂລກໄຂ້ຫວັດ A/H7N9 ເກີດຂຶ້ນຢູ່ປະເທດຈີນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ເພີ່ມທະວີການຄວບຄຸມການຄ້າຂາຍສັດປີກຢູ່ເຂດຊາຍແດນແຫ່ງຕ່າງໆ. ແຕ່ເຖິງແນວນັ້ນກໍ່ຕາມ, ໄພເກີດໂລກລະບາດນີ້ແມ່ນໃຫ່ຍຫຼວງທີ່ສຸດ. ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນຈົ່ງຊ່ວຍເຫຼືອ ແລະ ລະດົມກຳລັງເພື່ອຮັບປະກັນຈະຄົ້ນພົບກໍລະນີຕິດໄວຣັດນີ້ໂດຍໄວ ແລະ ປະຕິບັດການປ້ອງກັນ, ຕ້ານເຊື້ອໄວຣັດໄຂ້ຫວັດ A/H7N9, ຈຳກັດການແຜ່ລະບາດຂອງໂລກລະບາດໄປສູ່ຄົນ ແລະ ສັດປີກ.