ຫວຽດນາມ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ຕື່ມ​ອີກ 41 ຄົນ

(VOVWORLD) -ໄລ່ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ຈໍານວນ 381 ຄົນໃນຈໍານວນ 713 ຄົນ ໄດ້ປະກາດຫາຍດີແລ້ວ ແລະ ມີ 8 ກໍລະນີເສຍຊີວິດ. 

ຕາມຂ່າວໃນເວລາ 18 ໂມງຂອງວັນທີ 05 ສິງຫາ ຈາກຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 41 ຄົນ, ໃນນັ້ນມີ 34 ກໍລະນີຢູ່ດ່າໜັງ, 04 ກໍລະນີຢູ່ແຂວງລ້າງເຊີນ, 02 ກໍລະນີຢູ່ແຂວງບັກຢາງ ແລະ 01 ກໍລະນີເຂົ້າເມືອງຫວຽດນາມຈາກຕ່າງປະເທດ. ເປັນອັນວ່າ ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອທັງໝົ້ດ 713 ກໍລະນີ.

ໄລ່ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ຈໍານວນ 381 ຄົນໃນຈໍານວນ 713 ຄົນ ໄດ້ປະກາດຫາຍດີແລ້ວ ແລະ ມີ 8 ກໍລະນີເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ