ຫວຽດນາມຢັ້ງຢືນສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາຂໍ້ລິເລີ່ມສາກົນກ່ຽວກັບການຮັບປະກັນສິດທິມະນຸດ

ຫວຽດນາມຢັ້ງຢືນສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາຂໍ້ລິເລີ່ມສາກົນກ່ຽວກັບການຮັບປະກັນສິດທິມະນຸດ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:TTXVN

(vovworld)- ໃນ​ວ​ັນ​ທີ 27-28/2, ວາ​ລະປະ​ຊຸມ​ຂັ້ນ​ສູງ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 34 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຊື່ງ​ດຳ​ເນີນ​ຢູ່​ນະ​ຄອນ ເຊີ​ແນວ ປະ​ເທດ​ສະ​ວິດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ແລະ ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 71, ທ່ານ Peter Thomson ພ້ອມ​ກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທີ່​ມາ​ຈາກ 10 ປະ​ເທດ ແລະ ອົງ​ກ​ານ​ຈັດ​ຕັ້ງ​ສາ​ກົນ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຮ່າ​ກີມງອກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນຳ​ຫນ້າ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ໃນ​ຕອນ​ເຊົ້າ​ວັນ​ທີ 28/2, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຮ່າ​ກີມ​ງອກ ໄດ້​ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ການ​ບຸ​ລິ​ມະ​ສິດ, ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ ທີ່​ສະ​ພາ​ສິດ​ທິ​ມະ​ນຸດ. ຫວຽດ​ນາມ ຢືນ​ຢັນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເພື່ອ​ໃຫ້ ສະ​ພາ​ສິດ​ທິ​ມະ​ນຸດ ກາຍ​ເປັນ​ກົນ​ໄກ​ມີ​ປະ​ສິດ​ທິ​ຜົນ​ໃນ​ຫນ້າ​ທີ່​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ. ຫວຽດ​ນາມ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​ໃຫ້ປະ​ຊາ​ຊົນ​ຫວຽດ​ນາມ​ທຸກ​ຄົນ ໄດ້​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ຢ່າງ​ຄົບ​ຖ້ວນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຮ່າ​ກີມງອກ ເຊີດ​ຊູ​ບາງຄວາມ​​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແລະ ຜົນ​ງານ​ຂອງ​ຫວຽດ​ນາມ ຄື: ການ​ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໃຫ້​ສົມ​ບູນ​ແບບ, ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ UPR. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຮ່າ​ກີມງອກ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ພາກ​ພື້ນ ແລະ ສາ​ກົນ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ສ້າງ​ພາກ​ພື້ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ,ຮ່ວມ​ມື ແລະ ພັດ​ທະ​ນາ.

ຢູ່ນອກກອງ​ປະ​ຊຸມ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ພົບ​ປະ ແລະ​ເຮັດ​ວຽກ​ກັບ​ລັດ​ຖະ​ມົນ​ຕີ​ການ​ຮ່ວມ​ມື​ພັດ​ທະ​ນາ ແລະ ປາ​ຊີ​ຟີກ ຂອງ​ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຫົວ​ຂໍ້: “ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ ຊາຍ ກໍ​ຄື​ບັນ​ດາ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Gruzia, ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ອາ​ຊີ ປາ​ຊີ​ຟີກ ຂອງ​ອັງ​ກິດ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Uruguay, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂປ​ໂລຍ. 


ຕອບກັບ

ຂ່າວ/ບົດ​ອື່ນ