ຫວຽດນາມຢືນອັນດັບທີ 6 ໃນຕາຕະລາງຈັດອັນດັບຕະຫຼາດຂາຍຍ່ອຍທົ່ວໂລກ

(VOVWORLD) -ບໍລິສັດໃຫ້ຄຳປຶກສາ A.T.Kearney ຂອງອາເມລິກາ ຫາກໍປະກາດຕາຕະລາງຈັດອັນດັບບັນດາຕະຫຼາດຂາຍຍ່ອຍທີ່ດຶງດູດທີ່ສຸດໃນໂລກປີ 2016.
ຫວຽດນາມຢືນອັນດັບທີ 6 ໃນຕາຕະລາງຈັດອັນດັບຕະຫຼາດຂາຍຍ່ອຍທົ່ວໂລກ - ảnh 1 (ພາບປະກອບ: TTXVN)

ຫວຽດນາມ ໄດ້ລື່ນຂຶ້ນ 5 ຂັ້ນເມື່ອທຽບໃສ່ປີກ່ອນ, ຢືນອັນດັບທີ 6 ໃນຕາຕະລາງຈັດອັນດັບ. A.T.Kearney ຖືວ່າ, ດ້ວຍບັນດານະໂຍບາຍທີ່ເໝາະສົມຂອງລັດຖະບານ, ຊົນຊັ້ນກາງພັດທະນາຢ່າງໄວ ແລະ ພົນລະເມືອງອາຍຸໜຸ່ມເປັນຈຳນວນຫຼາຍ, ບັນດາກຸ່ມບໍລິສັດຂາຍຍ່ອຍຕ່າງປະເທດມີສາຍເຫດໜ້າປະເອີບໃຈກ່ຽວກັບການພັດທະນາຂອງຫວຽດນາມ. ໃນຂົງເຂດຂາຍຍ່ອຍຢູ່ຫວຽດນາມ, ບັນດາຮ້ານສັບພະສິນຄ້າ ແລະ ຮ້ານຄ້ານ້ອຍມີລະດັບເຕີບໂຕຢ່າງແຮງ. ຄຽງຂ້າງນັ້ນ, A.T.Kearney ກໍຕີລາຄາຕົວເລກຂາຍຍ່ອຍຜ່ານແວັບໄຊການຄ້າຢູ່ຫວຽດນາມ ກໍ່ພວມຮັບການເຕີບໂຕຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ