ຫວຽດນາມສູ້ຊົນກາຍເປັນສູນກາງສະໜອງແຫຼ່ງຊັບພະຍາກອນຄຸນນະພາບສູງໃຫ້ແກ່ໂລກ

ຫວຽດນາມສູ້ຊົນກາຍເປັນສູນກາງສະໜອງແຫຼ່ງຊັບພະຍາກອນຄຸນນະພາບສູງໃຫ້ແກ່ໂລກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ປາ​ໄສ​ຢູ່​ທີ່​ເວ​ທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ  ສື່​ສານ 2016


(vovworld)- ຕອນ​ເຊົ້າ​ວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ປາ​ໄສ​ຢູ່​ທີ່​ເວ​ທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ  ສື່​ສານ 2016. ເວ​ທີ​ປາ​ໄສໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື 4 ຫົວ​ເລື່ອງ​ຄື: ຊຸກ​ຍູ້​ການ​ປ່ຽນ​ແປງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສ້າງ​ປະ​ເທດ​ຊາດ​ເລີ່ມ​ສ້າງ​ອາ​ຊີບ; ພັດ​ທະ​ນາ​ໂຄ​ງ​ລ່າງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ຮັບ​ປ​ະ​ກັນ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ; ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :

    “ ກາ​ລະ​ໂອ​ກາດ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ປະ​ຕິ​ວັດ​ຄັ້ງ​ນີ້ ກໍ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ສິ່ງ​ທ້າ​ທາຍ, ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ຂອງ​ຫວຽດ​ນາມ​ໃນ​ຍ​ຸກ​ສະ​ໄໝ​ຈີ​ດີ​ຕອນໃນ​ລະ​ດັບ​ສູງ​ສຸດ. ໃນ​ສະ​ພາ​ວະ​ທີ່​ປະ​ເທດ​ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ກ້​ວາງ​ເລິກນັ້ນ, ຫວຽດ​ນ​າມ​ພວມ​ຜັນ​ຂະ​ຫຍາຍ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຈາກ​ລວງ​    ກ້​ວາງ​ສູ່ລວງ​ເລິກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດນາມເຖິງວ່າ ພວມ​ເດີນ​ຕາມຫຼັງ , ແຕ່​ພວກ​ເຮົາ​ຈະ​ປະ​ສົບ​ຜົນ​ສຳ​ເລັດ ຖ້າ​ຫາກ​ພວກ​ເຮົາ​ຍາດ​ແຍ່ງ​ໄດ້​ໂອ​ກາດ, ມີ​ຍຸດ​ທະ​ສາດ​ຖືກ​ຕ້ອງ, ມີ​ໂຄງ​ການ​ດຳ​ເນີນ​ງາ​ນ​ລະ​ອຽດ ແລະ ທັນ​ການ”

ຂ່າວ/ບົດ​ອື່ນ