ຫວຽດ​ນາມ​ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ແລະ ຂ້ຽວ​ຂາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ຫວຽດນາມຕ້ອງຢຶດໝັ້ນບັນດາມາດຕະການຕິດຕາມກວດກາພົນລະເມືອງຕ່າງປະເທດເຂົ້າເມືອງຫວຽດນາມຢ່າງເຄັ່ງຄັດ.
ຫວຽດ​ນາມ​ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ແລະ ຂ້ຽວ​ຂາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1 ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 (ພາບ: TTXVN)

ໂດຍເປັນປະທານກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ສຳນັກງານລັດຖະບານ, ຕອນເຊົ້າວັນທີ 16 ມີນາ, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳໄດ້ຢັ້ງຢືນວ່າ ຫວຽດນາມສືບຕໍ່ສະກັດກັ້ນໂລກລະບາດຢ່າງແຮງ ແລະ ຂ້ຽວຂາດ ເພື່ອຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19ໃນຂອບເຂດທົ່ວໂລກ. ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳໄດ້ໃຫ້ຂໍ້ສັງເກດວ່າ ສະພາບການຂອງໂລກລະບາດ Covid – 19 ໃນທົ່ວໂລກພວມມີການຜັນແປຢ່າງສັບສົນ. ດັ່ງນັ້ນ ຫວຽດນາມຕ້ອງຢຶດໝັ້ນບັນດາມາດຕະການຕິດຕາມກວດກາພົນລະເມືອງຕ່າງປະເທດເຂົ້າເມືອງຫວຽດນາມຢ່າງເຄັ່ງຄັດ.

ຕອບກັບ

ຂ່າວ/ບົດ​ອື່ນ