ຫວຽດນາມສືບຕໍ່ສະໜັບສະໜູນ ການປະຕິຮູບ ແລະ ວິວັດທະນາການ ໃຫ້ອະນາຄົດຂອງ UNESCO

ຫວຽດນາມສືບຕໍ່ສະໜັບສະໜູນ ການປະຕິຮູບ ແລະ ວິວັດທະນາການ ໃຫ້ອະນາຄົດຂອງ UNESCO - ảnh 1
(ພາບ:vietnamplus.vn)

(vovworld) – ນັບ​ແຕ່​ວັນ​ທີ 27/2 – 10/3, ຢູ່​ນະຄອນຫຼວງ​ປາ​ຮີ​ ​ແຫ່ງ​ປະ​ເທດ​ຝລັ່ງ, ສະພາ​ບໍລິຫານ​ຂອງ​ອົງການ UNESCO ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 189 ຂຶ້ນ, ນີ້​ແມ່ນ​ວາລະ​ປະຊຸມ​ວິສາມັນ​, ທີ່​ດຳ​ເນີນ​ກ່ອນ​ກຳນົດ​ເວລາ 1 ​ເດືອນ. ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ປະຈຳ​ຝລັ່ງ, ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ຢູ່ຄຽງ​ຂ້າງ UNESCO ​​​ເຢືອງວັນ​ກວາງ, ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ, ຜູ້ອຳນວຍການ​ໃຫຍ່ UNESCO ໄດ້​ຍື່ນ​ສະ​ເໜີຕໍ່​ສະພາ​ບໍລິຫານ ”ວິວັດ​ທະນາການ​ໃຫ້​ອະນາຄົດ” ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ສະພາບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນໃນ​ປະ​ຈຸ​ບັນ. ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ວິວັດທະນາ​ການ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​​​ເຢືອງວັນ​ກວາງ, ​ໃຫ້​ຮູ້​ວ່າ:

          ”ວິວັດທະນາ​ການ​ນີ້​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ໂດຍ​ອີງ​​ໃສ່ 3 ຫຼັກການ​ຕົ້ນ​ຕໍ່, ນັ້ນ​ແມ່ນ​ສືບ​ຕໍ່​ຮັກສາ​ອິດ​ທິພົນ​ຊື່​ສຽງ ​ແລະ ​ທີ່​ຕັ້ງ​​ນຳ​ພາຂອງ UNESCO, ປະຢັດ​ຄ່າ​ໃຊ້​ຈ່າຍ ບົນ​ພື້ນຖານ​ຫຼຸດຜ່ອນ​ຈຳນວນ​ພະນັກງານ​ບັນຈຸ​ໃນ​ກົງຈັກ, ປ່ຽນ​ແປງ​ວິຖີ​ການ​ເຮັດ​ວຽກ ​ແລະ​ ກຳນົດ​ຄືນ​ບັນດາ​ໂຄງການ​ໃຫ້​ບຸລິ​ມາ​ສິດ​ຂອງ UNESCO ນັ້ນ​ແມ່ນ​ສຶກສາ​ໃຫ້​ທຸກ​ຄົນ, ອະນຸລັກ​ຮັກສາ​ມໍລະດົກ ​ແລະ​ ບັນດາ​ໂຄງການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”

          ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄັ້ງ​ນີ້​ຂອງ UNESCO, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ ​ແລະ ຫຼາຍ​ຝ່າຍທີ່​ຕັ້ງໜ້າຫຼາຍ​ຢ່າງ, ຊົມ​ເຊີຍ ​ແລະ​ ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມຂອງ UNESCO ​ເພື່ອ​ແນ​ໃສ່​ລະດົມ​ການ​ປະກອບສ່ວນ​ຂອງ​ປະ​ເທດ​ຕ່າງໆ, ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ ​ແລະ ປະຢັດ​ງົບປະມານ​ຂອງ​ອົງການ UNESCO.

ຂ່າວ/ບົດ​ອື່ນ