ຫວຽດນາມສະເຫລີມສະຫລອງວັນHemophiliaໂລກ17/4

ຫວຽດນາມສະເຫລີມສະຫລອງວັນHemophiliaໂລກ17/4 - ảnh 1
ພາບ​ປະ​ກອບ:internet

(vovworld)- ​ ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫລີມ​ສະ​ຫລອງ “ວັນ Hemophilia ໂລກ (14/4/2015) ແລະ ກອງ​ປະ​ຊຸມ​​ກ່ຽວ​ກັບຄົນ​ເຈັບ. ປີນີ້ ສະ​ຫະ​ພັນ Hemophilia ໂລກ ຖື​ສານ​ຂອງວັນ​ທີ 17/4 ແມ່ນ ສ້າງ​ເປັນ​ຄອບ​ຄົວ​ຫນຶ່ງ​ເພື່ອ​ຫນູນ​ຊ່ວຍ​ຜູ້​ຖືກ Hemophilia. ຕາມ​ບົດ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ຊີ້​ແຈ້ງວ່າ: ປະ​ຈຸ​ບັນ ຫວຽດ​ນາມ ມີ​ປະ​ມານ 6000 ຄົນ​ຖືກ Hemophilia, ໃນ​ນັ້ນ ເກືອບ 40% ຖືກພົບ​ເຫັນ ແລະ ໄດ້​ຮັບ​ກາ​ນ​ປິ່ນ​ປົວ​ເປັນ​ປະ​ຈຳ. ດ້ວຍ​ການ​ພັດ​ທະ​ນາ​​ບັນ​ດາ​ສະ​ມາ​ຄົມ, ສູນ​ປິ່​ນ​ປົວ Hemophilia ໃນ​ທົ່ວ​ປະ​ເທດ ພິ​ເສດ ແມ່ນ​ສູນ Hemophilia ຂອງ​ສະ​ຖາ​ບັນ​ໂລ​ຫິດ​ສາດ ແລະ ສົ່ງ​ເລືອດ​ສູນ​ກາງ​ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາໃນ​ການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປິ່ນ​ປົວ, ບົ່ງ​ມະ​ຕິ, ສະ​ນັ້ນ ​ຜູ້​ຖືກ​ຕິດ Hemophilia ຫລາຍ​ຄົນ ໄດ້​ຮັບ​ການ​ປິ່ນ​ປົວ ແລະ ມີ​ຊີ​ວິດ​ດີກວ່າ.

ຂ່າວ/ບົດ​ອື່ນ