![ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການຄວບຄຸມຢາເສບຕິດສປຊ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_03_17/4_copy.jpg)
ພົນໂທ ເລກີເວືອງ
photo:internet
|
(vovworld)- ກອງປະຊຸມດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 13- 21/3 ໂດຍມີການເຂົ້າຮ່ວມຂອງຜູ້ແທນ 1.000 ຄົນ ມາຈາກບັນດາປະເທດສະມາຊິກ ສປຊ, ອົງການສາກົນ, ບັນດາເຂດແຄ້ວນ ແລະ ອົງການບໍ່ຂຶ້ນກັບລັດຖະບານ. ກ່າວຄຳເຫັນທີ່ກອງປະຊຸມ, ພົນໂທ ເລກີເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ຢືນຢັນວ່າ: ຍາມໃດຫວຽດນາມກໍເປັນສະມາຊິກມີຄວາມຮັບຜິດຊອບຂອງສປຊ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງຫນ້າເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາໂຄງການປ້ອງກັນ ແລະ ຕ້ານອາດຊະຍາກຳເວົ້າລວມ ແລະ ປ້ອງກັນ, ຄວບຄຸມຢາເສບຕິດເວົ້າສະເພາະ ຢູ່ທັງໝົດເວທີປາໄສຫລາຍຝ່າຍ ແລະ ສອງຝ່າຍ.