ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດອາຊີ-ປາຊີຟິກຄັ້ງທີ 20

(VOVWORLD) -ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດອາຊີ-ປາຊີຟິກຄັ້ງທີ 20 ໄດ້ດຳເນີນແຕ່ວັນທີ 4 ກັນຍາ ຫາວັນທີ 6 ກັນຍາປີ 2017 ຢູ່ການາດາ
ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດອາຊີ-ປາຊີຟິກຄັ້ງທີ 20 - ảnh 1ທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ 

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມໂດຍທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ, ທ່ານສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມທີ່ມີຕໍ່ພາກພື້ນ ແລະ ສາກົນໂດຍຜ່ານການເຄື່ອນໄຫວຢູ່ບັນດາເວທີປາໄສຫຼາຍຝ່າຍກ່ຽວກັບການທະຫານ, ການປ້ອງກັນຊາດ. ຜ່ານນັ້ນ, ປະກອບສ່ວນຢືນຢັນນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ທັງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ