ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ACD12ແລະ ອາຊຽນ-GCC3

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ACD12ແລະ ອາຊຽນ-GCC3 - ảnh 1
ທ່ານ​ນາງ ຫງວຽນ​ເຟືອງ​ງາ​,ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ
ຫວຽດນາມ
ພາບ:internet

(vovworld)- ​ໃນ​ວັນ​ທີ 25-26/11/2013, ຢູ່​ນະຄອນຫລວງ ມາ​ນາມາ ປະ​ເທດ​ ບາ​ເຣັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເວທີ​ປາ​ໄສ​ການພົບ​ປະ​ສົນທະນາ​ຮ່ວມ​ມື​ອາຊີ ຄັ້ງ​ທີ 12(ACD12) ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 3 ລະຫວ່າງ ອາ​ຊຽນ ​ແລະ ສະພາ​ຮ່ວມ​ມື​ເຂດ​ອ່າວ GCC​.  ຄະນະ​ຜູ້​​ແທນ​ຫວຽດນາມ​ເຂົ້າຮ່ວມ​ກອງ​ປະຊຸມ​ໂດຍ​ທ່ານ​ນາງ ຫງວຽນ​ເຟືອງ​ງາ​, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເປັນ​ຫົວຫນ້າ​ຄະນະ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ເນັ້ນ​ຫນັກ​​ເຖິງ​ບົດບາດ​ສຳຄັນ​ຂອງ ACD ​ໃນ​ການ​ຊຸກຍູ້​ການ​ພົບ​ປະ​ສົນທະນາ ​ແລະ ການຮ່ວມ​ມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ພັດທະນາ​ລວມ, ສະ​ເຫ​ນີທິດ​ທາງ​ຮ່ວມ​ມື​ ACD ຈຳນວນ​ຫນຶ່ງ​ໃນຂົງ​ເຂດ​ທ່ອງ​ທ່ຽວ, ສົ່ງ​ເສີມ​ການ​ຄ້າ ​ແລະ ລົງທຶນ​ລະຫວ່າງ​ບັນດາ​ພາກ​ພື້ນ, ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ນຳ​​ໃຊ້ແຫ​ລ່ງນຳ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄຸ້ມ​ຄອງ​ແຫ​ລ່ງນຳ້​ຢ່າງ​ໝັ້ນຄົງ​. ​ໃນ​ຂະນະ​ນັ້ນ, ທີ່​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ- GCC3, ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ເຟືອ​ງງາ ຢືນຢັນ​ເຖິງ​ນະ​ໂຍບາຍ​ຂອງ​ຫວຽດນາມ​ໃນ​ການ​ດຶງ​ດູດ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ GCC ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ກໍ​ຄື​ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ ​ແລະ ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ